ສະຖານທູດສປປ.ເກົາຫຼີ ຈັດງານລ້ຽງ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ Kim Il Sung

ສະຖານທູດສປປ.ເກົາຫຼີ ຈັດງານລ້ຽງ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ Kim Il Sung - ảnh 1
( ພາບ: tapchicongsan.org.vn )

( vovworld ) –   ​ຕອນ​ຄໍ່າ​ວັນ​ທີ 13/4, ຢູ່​ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສປປ​ເກົາຫຼີ ປະຈຳ​ຫວຽດນາມ Kim Chan In ​ໄດ້​ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອກາດ​ລະ​ລຶກ 100 ປີແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ Kim Il Sung ( 15/4/1912 – 15/4/2012 ). ທ່ານ​ນາງ Nguyen Thi Kim Ngan, ​ເລ​ຂາ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ບັນ​ດາ​ພະນັກງານ​ກະຊວງ, ຂະ​ແໜງ​ການຕ່າງໆ​ຫວຽດນາມ ​ໄດ້​ເຂົ້າຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ນາງ Nguyen Thi Kim Ngan ​ໄດ້​ອວຍພອນ​ພັກ, ລັດ ​ແລະ ປະຊາຊົນ​ສປປ.​ເກົາຫຼີ ​​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ການ​ປັບປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່​ຄື​ໃນ​ພາລະກິດ​ສ້າງສາ, ພັດທະນາ ​ແລະ ສັນຕິພາບ​​ເອກະ​ພາບ​ປະ​ເທດ​ຊາດ.  ທ່ານ​ນາງ Nguyen Thi Kim Ngan ​ໄດ້​ຢືນຢັນ​ວ່າ ຢາມ​ໃດ​ຫວຽດນາມ​ ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ສືບ​ຕໍ່ພັດທະສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບສປປ.​ເກົາຫຼີ; ພ້ອມທັງ​ຢືນຢັນ​ວ່າ, ຫວຽດນາມ ສະໜັບສະໜູນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການປອດ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສະ​ໜັນ​ສະ​ໜູນ​ບັນດາ​ຝ່າຍ​ກ່ຽວຂ້ອງແກ້​ໄຂ​ທຸກ​ຄວາມ​ບໍ່​ລົງ​ລອຍ​ກັນດ້ວຍ​ສັນຕິ​ວິທີຜ່ານ​ການ​ເຈລະຈາ, ບໍ່​ມີ​ການ​ກະທຳ​ກໍ່​ຄວາມ​ເຄັ່ງ​ຕຶງ, ບໍ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ