ສະຖານທູດສປປເກົາຫລີຈັດງານລ້ຽງເນື່ອງໃນໂອກາດສະເຫລີມສະຫລອງ70ປີແຫ່ງວັນສ້າງຕັ້ງພັກແຮງງານ

ສະຖານທູດສປປເກົາຫລີຈັດງານລ້ຽງເນື່ອງໃນໂອກາດສະເຫລີມສະຫລອງ70ປີແຫ່ງວັນສ້າງຕັ້ງພັກແຮງງານ - ảnh 1
ຜູ້​ນຳ ສ​ປ​ປ ເກົາ​ຫລີ Kim Jong ul

(vovworld)-  ​ຕອນ​ຄ່ຳ​ວັນ​ທີ 7/10 ຢູ່ ຮ່າ​ໂນ້ຍ, ສະ​ຖານ​ທູດ ສ​ປ​ປ ເກົາ​ຫລີ ປະ​ຈຳ​ຫວຽດ​ນາມ ໄດ້​ຈັດ​ງານ​ລ້ຽງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫລີ (10/10/1945-10/10/2015). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Kim Mien Gin ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ​ປ ເກົາ​ຫລີ ປະ​ຈຳ​ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​.3ວ່າ: ​ສາຍ​ພົວ​ພັນມິດ​ຕະ​ພາບ​ທີ່​ເປ​ັນ​ມູນ​ເຊື້ອ ລະ​ຫວ່າງ​ສອງ​ພັກ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ສ​ປ​ປ ເກົາ​ຫລີ ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ ເຈີນ​ດັກ​ເລີ້ຍ, ຮອງ​ຫົວ​ຫນ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ຢືນ​ຢັນ: ຫວຽດ​ນາມ ຈະ​ພ້ອມ​ກັບ ສ​ປ​ປ ເກົາ​ຫລີ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ເຮັດ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ​ສອງ​ປະ​ເທດ ພັດ​ທະ​ນາ​ຢ່າງ​ລຽນ​ຕິດ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ປະ​ເທດ ເພື່ອ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສອງ​ຊາດ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ