ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັບ ອີ​ຕາ​ລີ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນການຕໍ່ສູ້້ຕ້ານໂລກລະບາດໂຄວິດ - 19, ຫວຽດນາມ ບໍ່ພຽງແຕ່ເປັນແບບຢ່າງກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງສຳເລັດຜົນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມສາມັກຄີ, ການແບ່ງປັນ ແລະ ຮ່ວມມືສາກົນທີ່ມີຄວາມຮັບຜິດຊອບອິກດ້ວຍ.
ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັບ ອີ​ຕາ​ລີ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ທ່ານນາງ ຫຽວຽນທິບິກເຫວ້ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ມອບຜ້າອັດປາກ - ອັດດັງ ໃຫ້ແກ່ສູນ Dante (ພາບ: TTXVN)

ນີ້ແມ່ນຄຳແບ່ງປັນຂອງທ່ານນາງ ຫຽວຽນທິບິກເຫວ້ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ເມື່ອແລກປ່ຽນກັບນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ອີຕາລີ ໃນວັນທີ 9 ພຶດສະພາ ກ່ຽວກັບຄວາມມານະພະຍາຍາມຂອງສະຖານທູດໃນການຮ່ວມແຮງຮ່ວມໃຈກັບປະເທດປະຈຳຖິ່ນ ຕ້ານໂລກລະບາດໂຄວິດ - 19.

ທ່ານນາງເອກອັກຄະລັດຖະທູດຫງວຽນທິບິກເຫວ້ ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ໄດ້ມອບຜ້າອັດປາກ - ອັດດັງ 100.000 ອັນໃຫ້ແກ່ ອີຕາລີ, ພ້ອມກັນນັ້ນ ບັນດາວິສາຫະກິດ, ອົງການຈັດຕັ້ງ ແລະ ສ່ວນບຸກຄົນຂອງຫວຽດນາມ ກໍໄດ້ມອບຜ້າອັດປາກ - ອັດດັງຈຳນວນ 23.000 ອັນ, ຊຸດກັນເຊື້ອພະຍາດ 500 ຊຸດ ແລະ ແຜ່ນກັນເຊື້ອພະຍາດ 400 ແຜ່ນ. ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ແລະ ທ່ານລັດຖະມົນຕີການຕ່າງປະເທດ Luigi Di Maio ໄດ້ສະແດງຄວາມຂອບອົກຂອບໃຈມາຍັງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບ ອີຕາລີໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

        ປັດຈຸບັນ, ອີຕາລີ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼາຍອັນດັບທີ 3 ໃນໂລກ, ຖັດຈາກ ອາເມລິກາ ແລະ ອັດສະປາຍ. ປັດຈຸບັນ, ປະເທດນີ້ຢັ້ງຢືນມີ  218.268 ກໍລະນີຕິດເຊື້ອໄວຣັດ SARS-CoV-2 ແລະ ມີຜູ້ເສຍຊີວິດ 30.395 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ