ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວອວຍ​ພອນ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 95 ປີ​ແຫ່ງວັນສື່ມວ​ນ​ຊົນປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) -ວັນທີ 19 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວໄດ້ຈັດຕັ້ງງານພົບປະສ້າງສັນ, ອວຍພອນບັນດາອົງການສື່ມວນຊົນຫວຽດນາມ ປະຈຳລາວ ເນື່ອງໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2020). 
ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວອວຍ​ພອນ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 95 ປີ​ແຫ່ງວັນສື່ມວ​ນ​ຊົນປະ​ຕິ​ວັດ ຫວຽດ​ນາມ - ảnh 1ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ມອບຊໍ່ດອກໄມ້ໃຫ້ແກ່ບັນດາອົງການສື່ມວນຊົນຫວຽດນາມ ປະຈຳລາວ

ກ່າວຄຳເຫັນທີ່ງານພົບປະສ້າງສັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຢັ້ງຢືນວ່າ: ນອກຈາກວຽກງານໂຄສະນາເຜີຍແຜ່ແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມແລ້ວ, ບັນດາອົງການສື່ມວນຊົນຫວຽດນາມປະຈຳລາວ ຍັງມີໜ້າທີ່ສູງສົ່ງນັ້ນແມ່ນປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈ້ມິດຕະພາບຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບໝັ້ນຄົງຍິ່ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ