ສະຖານທູດຫວຽດນາມປະຈຳອາເມລິກາ ຂົນຂວາຍຕ້ານການຈຳແນກປະພຶດຕໍ່ກັບຊາວຕ່າງປະເທດເຊື້ອຊາດອາຊີ

(VOVWORLD) -ສະຖານທູດຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ສະພາບຕົວຈິງທີ່ມີ ພົນລະເມືອງຫວຽດນາມ ອາໄສຢູ່ອາເມລິກາ ແລະ ຊາວອາເມລິກາ ເຊື້ອຊາດຫວຽດນາມ ພວມຖືກຈຳແນກການປະພຶດຕໍ່, ຊ້ຳບໍ່ໜຳມີການໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງເຖິງຕົ້ນກຳເນີດຂອງໂລກລະບາດໂຄວິດ-19.
ສະຖານທູດຫວຽດນາມປະຈຳອາເມລິກາ ຂົນຂວາຍຕ້ານການຈຳແນກປະພຶດຕໍ່ກັບຊາວຕ່າງປະເທດເຊື້ອຊາດອາຊີ - ảnh 1ການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດເຜົ່າພັນສຳລັບປະຊາຄົມເຊື້ອຊາດອາຊີ
(ພາບ: THX/TTXVN)

ຕໍ່ໜ້າສະພາບການໃນໄລຍະຜ່ານມາ, ສະພາບຈຳແນກເຊື້ອຊາດເຜົ່າພັນສຳລັບປະຊາຄົມເຊື້ອຊາດອາຊີ, ໃນນັ້ນມີຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ ແລະ ພົນລະເມືອງຫວຽດນາມ ອາໄສຢູ່ອາເມລິກາ ທີ່ນັບມື້ນັບເພີ່ມຂຶ້ນ. ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ແລກປ່ຽນເປັນຫຼາຍຄັ້ງ, ຂົນຂວາຍອຳນາດການປົກຄອງ, ສະພາແຫ່ງຊາດສະຫະລັດ ແລະ ບັນດາລັດນ້ອຍອາເມລິກາ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ສິດສຳຜັດຢ່າງຄົບຖ້ວນບັນດາການບໍລິການສາທາລະນະສຸກ, ການສຶກສາ, ວຽກເຮັດງານທຳໃຫ້ແກ່ພົນລະເມືອງ ແລະ ປະຊາຄົມຊາວ ອາເມລິກາ ເຊື້ອຊາດຫວຽດນາມ.

        ໃນການແລກປ່ຽນກັບສະພາຄວາມໝັ້ນຄົງແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດ, ສະຖານທູດຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ສະພາບຕົວຈິງທີ່ມີ ພົນລະເມືອງຫວຽດນາມ ອາໄສຢູ່ອາເມລິກາ ແລະ ຊາວອາເມລິກາ ເຊື້ອຊາດຫວຽດນາມ ພວມຖືກຈຳແນກການປະພຶດຕໍ່, ຊ້ຳບໍ່ໜຳມີການໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງເຖິງຕົ້ນກຳເນີດຂອງໂລກລະບາດໂຄວິດ-19. ສະຖານທູດໄດ້ເນັ້ນໜັກເຖິງການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວອາເມລິກາ ເຊື້ອຊາດ ຫວຽດນາມ ຢູ່ບັນດາແນວໜ້າເພື່ອປ້ອງກັນສຸຂະພາບ, ຄວາມໝັ້ນຄົງ ແລະ ສະຫວັດດີການໃຫ້ແກ່ປະຊາຊົນໃນທົ່ວປະເທດອາເມລິກາ ໃນຊ່ວງເວລາເກີດໂລກລະບາດນີ້,

        ທ່ານເອກອັກຄະລັດຖະທູດຫວຽດນາມ ພ້ອມກັບເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳນະຄອນຫຼວງ ວໍຊິງຕັນ ກໍໄດ້ສົ່ງຈົດໝາຍເຖິງທ່ານລັດຖະມົນຕີການຕ່າງປະເທດ Anthony Blinken, ສະພາຄວາມໝັ້ນຄົງແຫ່ງຊາດ, ກ່າວປະນາມບັນດາການນກະທຳປະພຶດຕໍ່, ຈຳແນກເຊື້ອຊາດເຜົ່າພັນເພື່ອຕ້ານຄືນຊາວເຊື້ອຊາດອາຊີ ທີ່ອາໄສຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ