ສະຖານທູດຫວຽດນາມປະຈຳໄທໜູນຊ່ວຍພົນລະເມືອງຫວຽດນາມ 5 ຄົນທີ່ພວມຖືກຕິດຄ້າງຢູ່ໄທ

(VOVWORLD) -ຊາວຫວຽດນາມ 5 ຄົນນັ້ນ ແມ່ນໄປເຮັດວຽກຢູ່ບັນດາປະເທດອາຟະລິກາ ແວ່ປະເທດໄທ ເພື່ອຊອກຫາຖ້ຽວບິນກັບເມືອຫວຽດນາມ.
ສະຖານທູດຫວຽດນາມປະຈຳໄທໜູນຊ່ວຍພົນລະເມືອງຫວຽດນາມ 5 ຄົນທີ່ພວມຖືກຕິດຄ້າງຢູ່ໄທ - ảnh 1 (ພົນລະເມືອງຫວຽດນາມ 5 ຄົນທີ່ມາຈາກອາຟະລິກາ)

ພົນລະເມືອງຫວຽດນາມ 5 ຄົນທີ່ມາຈາກອາຟະລິກາ ພວມຖືກຕິດຄ້າງຢູ່ສະໜາມບິນ ສຸວັນນະພູມ ຢູ່ບາງກອກ ແຕ່ວັນທີ 25 ມີນາ ຍ້ອນປະເທດໄທ ປະກາດສະພາວະສຸກເສີນ ແລະ ຢຸດຕິທຸກສາຍການບິນ. ຊາວຫວຽດນາມ 5 ຄົນນັ້ນ ແມ່ນໄປເຮັດວຽກຢູ່ບັນດາປະເທດອາຟະລິກາ ແວ່ປະເທດໄທ ເພື່ອຊອກຫາຖ້ຽວບິນກັບເມືອຫວຽດນາມ.

ສະຖານທູດຫວຽດນາມ ປະຈຳໄທ ໄດ້ຕິດຕໍ່ກັບບັນດາອົງການທີ່ກ່ຽວຂ້ອງຂອງທັງຫວຽດນາມ ແລະ ໄທ, ຜັນຂະຫຍາຍຫຼາຍມາດຕະການພ້ອມໆກັນ ເພື່ອບັນລຸເປົ້າໝາຍສູງສຸດແມ່ນໜູນຊ່ວຍຈຳນວນພົນລະເມືອງດັ່ງກ່າວກັບເມືອປະເທດ.

ສະຖານທູດກໍ່ໄດ້ຮັກສາການຕິດຕໍ່, ຢື້ຢາມຖາວຂ່າວ ແລະ ລະດົມກຳລັງໃຈ, ສະໜອງອາຫານການກິນ… ໃຫ້ບັນດາຜູ້ອອກແຮງງານທີ່ພວມຖືກຕິດຄ້າງຢູ່ສະໜາມບິນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ