ສະຖາບັນ ຫວຽດນາມ - ຊິດນີ - ບ່ອນເຕົ້າໂຮມຫຼາຍນັກຄົ້ນຄວ້າລົງເລິກກ່ຽວກັບ ຫວຽດນາມ
(VOVWORLD) -ທີ່ເວທີປາໄສ, ບັນດານັກຄົ້ນຄວ້າຢູ່ມະຫາວິທະຍາໄລ ຊິດນີ ໄດ້ແບ່ງປັນຜົນງານການຄົ້ນຄວ້າຫຼາຍຢ່າງກ່ຽວກັບ ຫວຽດນາມ ແລະ ບັນດາໂຄງການຊຸກຍູ້ການຮ່ວມມືດ້ານການສຶກສາ ກັບມະຫາວິທະຍາໄລຂອງ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນເຕິດແທ່ງ |
ວັນທີ 21 ກັນຍາ, ຢູ່ມະຫາວິທະຍາໄລ ຊິດນີ, ສະຖາບັນ ຫວຽດນາມ - ຊິດນີ ໄດ້ຈັດເວທີປາໄສຄົ້ນຄວ້າ ຫວຽດນາມ - ຊິດນີ ຄັ້ງທີ 5. ດ້ວຍເປົ້າໝາຍຫຼໍ່ລ້ຽງການຮ່ວມມືຕ່າງໆ ເພື່ອແນໃສ່ປົວແປງຊີວິດການເປັນຢູ່ຂອງປະຊາຊົນ. ທີ່ເວທີປາໄສ, ບັນດານັກຄົ້ນຄວ້າຢູ່ມະຫາວິທະຍາໄລ ຊິດນີ ໄດ້ແບ່ງປັນຜົນງານການຄົ້ນຄວ້າຫຼາຍຢ່າງກ່ຽວກັບ ຫວຽດນາມ ແລະ ບັນດາໂຄງການຊຸກຍູ້ການຮ່ວມມືດ້ານການສຶກສາ ກັບມະຫາວິທະຍາໄລຂອງ ຫວຽດນາມ ຄື ມະຫາວິທະຍາໄລການຢາ ຮ່າໂນ້ຍ, ມະຫາວິທະຍາໄລແພດສາດ ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລ VinUni.
ເຂົ້າຮ່ວມເວທີປາໄສ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນເຕິດແທ່ງ ຕີລາຄາສູງຕໍ່ໂຄງການຄົ້ນຄວ້າເຊິ່ງບັນດານັກຊ່ຽວຊານຂຶ້ນກັບ ມະຫາວິທະຍາໄລ ຊິດນີ ໄດ້ປະຕິບັດ ແລະ ຢັ້ງຢືນວ່າ ຜົນງານການຄົ້ນຄວ້ານັ້ນ ບໍ່ພຽງແຕ່ຊ່ວຍມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນຫາພຶດຕິກໍາຕົວຈິງເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດອີກດ້ວຍ. ການເຄື່ອນໄຫວຮ່ວມມືຫຼາຍດ້ານກັບມະຫາວິທະຍາໄລ ຊິດນີ, ໃນນັ້ນ ມີສະຖາບັນ ຫວຽດນາມ ຊິດນີ ພວມເປີດຊ່ອງທາງຮ່ວມມືໃໝ່, ມີປະສິດທິຜົນຢ່າງແທດຈິງລະຫວ່າງສອງປະເທດ.
ຫວຽດນາມ, ນັກຂ່າວ VOV ຢູ່ ອົດສະຕາລີ.