ສະພາກາແດງ-ກາຊິກວົງເດືອນແດງສາກົນຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວມະນຸດສະທຳຢູ່ຫວຽດນາມ

ສະພາກາແດງ-ກາຊິກວົງເດືອນແດງສາກົນຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວມະນຸດສະທຳຢູ່ຫວຽດນາມ - ảnh 1
ສະພາກາແດງນະຄອນ ໂຮ່ຈີມິນ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ
(ພາບ: Thế Anh/TTXVN)

(vovworld) – ນັບ​ແຕ່​ສ້າງຫ້ອງການ​ຕາງໜ້າ​ຢູ່​ຫວຽດນາມ (ປີ 1991) ມາ​ຮອດ​ປະຈຸ​ບັນ, ສະພາກາ​ແດງ - ກາ​ຊິກ​ວົງ​ເດືອນ​ແດງສາກົນ​ ​ໄດ້​ມີ​ການ​ປະກອບສ່ວນ​ທີ່​ຕັ້ງໜ້າ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ຢູ່​ຫວຽດນາມ. ທ່ານ ຫງວຽນ​ຫາຍ​ເດື່ອງ, ປະທານ​ສະພາກາ​ແດງ​ຫວຽດນາມ ​ໄດ້​ຢືນຢັນ​ຄື​ດັ່ງກ່າວ ທີ່​ການ​ເຮັດ​ວຽກ​ລະຫວ່າງ​ສະພາກາ​ແດງ​ຫວຽດນາມ​ກັບສະພາກາ​ແດງ - ກາ​ຊິກ​ວົງ​ເດືອນ​ແດງສາກົນ​​ໃນ​ວັນ​ທີ 21/3 ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ ຫງວຽນ​ຫາຍ​ເດື່ອງ​ ປາຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ ສະພາກາ​ແດງ - ກາ​ຊິກ​ວົງ​ເດືອນ​ແດງສາກົນ​ ຈະສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຜູ້​ປະສານ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະນຸດສະທຳ​ຢູ່​ຫວຽດນາມ. ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ, ການ​ເງິນ​ໃຫ້​ຂົງ​ເຂດ​ກູ້​ຊ່ວຍ​ດ່ວນ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫຼຸດຜ່ອນ​ຄວາມ​ສ່ຽງ, ສະກັດ​ກັ້ນ ​ແລະ ຮັບ​ມື​ກັບ​ໄພພິບັດ…

ທ່ານ​ເລຂາທິການ​ໃຫຍ່ສະພາກາ​ແດງ - ກາ​ຊິກ​ວົງ​ເດືອນ​ແດງສາກົນ​ Bekele Geleta ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ຂອງ​ສະພາກາ​ແດງ​ຫວຽດນາມ, ພ້ອມ​ທັງ​ໝັ້ນ​ໝາຍ​ສືບ​ຕໍ່​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ, ຊ່ວຍ​ຫວຽດນາມ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

       

ຂ່າວ/ບົດ​ອື່ນ