ສະພາກາແດງຫວຽດນາມຄວນຍູ້ແຮງບັນດາຂໍ້ລິເລີ່ມມະນຸດສະທຳ,ກຸສົນກ່ວາອີກ
(ພາບປະກອບ)
(vovworld) – “ສະພາກາແດງ ຫວຽດນາມ ຄວນຍູ້ແຮງບັນດາຂໍ້ລິເລີ່ມມະນຸດສະທຳ, ກຸສົນກ່ວາອີກ” ສິ່ງດັ່ງກ່າວໂດຍອະດີດປະທານປະເທດ ເຈືອງເຕີ໋ນຊາງ, ປະທານກິດຕິມະສັກສະພາກາແດງ ຫວຽດນາມ ເນັ້ນໜັກທີ່ການເຮັດວຽກກັບສະພາກາແດງໃນຕອນເຊົ້າວັນທີ 01/11 ຢູ່ ຮ່າໂນ້ຍ. ທ່ານປະທານກິດຕິມະສັກສະພາກາແດງ ຫວຽດນາມ ເຈືອງເຕີ໋ນຊາງ ປາດຖະໜາວ່າ: ສະພາກາແດງ ຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ມີຫລາຍຂໍ້ລິເລີ່ມຕື່ມອີກ ເພື່ອປະຕິບັດບັນດາຂະບວນການມະນຸດສະທຳ, ກຸສົນຢ່າງມີປະສິດທິຜົນ. ທ່ານເນັ້ນໜັກວ່າ: ຄຽງຂ້າງການຊ່ວຍເຫຼືອບັນດາເຄື່ອງໃຊ້ທີ່ຈຳເປັນຢ່າງຮີບດ່ວນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກຝົນຕົກນ້ຳແກ່ງຢູ່ພາກກາງແລ້ວ, ສະພາກາແດງ ຫວຽດນາມ ຄວນສືບຕໍ່ຄົ້ນຄ້ວາ, ຊອກຫາວິທີ, ພາຫະນະໜູນຊ່ວຍ ເພື່ອໃຫ້ປະຊາຊົນຜ່ານຜ່າລະດູຝົນຕົກນ້ຳແກ່ງແບບຍືນຍົງ, ຈຳກັດຜົນຮ້າຍຈາກໄພທຳມະຊາດໃຫ້ຢູ່ໃນລະດັບຕ່ຳ.
ທ່ານນາງປະທານສະພາກາແດງຫວຽດນາມ ຫງວຽນທິຊວນທູ ໃຫ້ຮູ້ວ່າ: ປະຈຸບັນ, ສະພາກາແດງໄດ້ຮັບເງິນ 93 ກ່ວາຕື້ດົ່ງຈາກບັນດາອົງການ, ບຸກຄົນ, ຄູ່ຮ່ວມມືພາຍໃນປະເທດ ແລະ ຕ່າງປະເທດ. ທ່ານນາງປະທານສະພາກາແດງ ຫວຽດນາມ ຫງວຽນທິຊວນທູ ປາດຖະໜາວ່າ: ອະດີດປະທານປະເທດ ເຈືອງເຕີ໋ນຊາງ ສືບຕໍ່ເອົາໃຈໃສ່, ສະຫງວນເວລາເຂົ້າຮ່ວມບັນດາການເຄື່ອນໄຫວ, ເຫດການໃຫຍ່ຂອງສະພາກາແດງໃນໄລຍະຈະມາເຖິງ.