ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມການຍິງລູກສອນໄຟສົ່ງດາວທຽມຂອງ ສປປເກົາຫຼີ

ສະພາຄວາມໝັ້ນຄົງ ສປຊ ກ່າວປະນາມການຍິງລູກສອນໄຟສົ່ງດາວທຽມຂອງ ສປປເກົາຫຼີ - ảnh 1
ສປປເກົາຫຼີ ຕິດຕາມການຍິງດາວທຽມ
(ພາບ: AFP)


(vovworld) -     ວັນ​ທີ 12, ພາຍຫຼັງ​ການ​ປະຊຸມ​ລັບ​ກ່ຽວ​ກັບ​ການ​ຍິງລູກ​ສອນ​ໄຟ​ສົ່ງ​ດາວ​ທຽມຂອງ ສປປ​ເກົາ​​ຫຼີ,  ສະພາຄວາມ​ໝັ້ນຄົງ ສປຊ ​ໄດ້​ອອກ​ຖະ​ແຫຼ​ງການກ່າວ​ປະນາມ​ການ​ຍິງ​ລູກ​ສອນ​ໄຟ​ຂອງ​ພຽງ​ຢາງ ​ໂດຍຖື​ວ່າ ການ​ຍິງ​ລູກ​ສອນ​ໄຟ​ໄດ້​ລະ​ເມີດບັນດາ​ມະຕິ​ເລກທີ 1718 ​ແລະ 1874 ຂອງສະພາຄວາມ​ໝັ້ນຄົງ ສປຊ. ຖະ​ແຫຼ​ງການດັ່ງກ່າວ​ກໍ​ເນັ້ນ​ໜັກ​ວ່າ, ສະພາຄວາມ​ໝັ້ນຄົງ ສປຊ ຈະ​ສືບ​ຕໍ່​ບັນດາ​ການ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ປະຕິກິລິຍາ​ທີ່​ມີ​ຕໍ່​ການ​ກະທຳ​ຂອງ ສປປ​​ເກົາຫຼີ ​ແລະ ຈະ​ມີ​ການ​ກະທຳຖ້າ​ຫາກ ສປປ​ເກົາ​ຫຼີ ຍັງສືບ​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ໃໝ່.

ໃນ​ຂະນະ​ນັ້ນ, ສປປ​ເກົາຫຼີ ຖະ​ແຫງ​ວ່າ ປະ​ເທດ​ນີ້ຈະ​ສືບ​ຕໍ່​ພັດທະນາ​ໂຄງການ​ຄົ້ນຄວ້າ​ອະວະກາດ ​ແລະ ຢືນຢັນວ່າ ​ນີ້​ແມ່ນ​ສິ​ດຖືກ​ຕ້ອງຕາມ​ກົດໝາຍ​ຂອງ ສປປ​ເກົາຫຼີ ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ. ສປປ​ເກົາຫຼີ ຢືນຢັນ​ວ່າ ການ​ຍິງ​ດາວ​ທຽມ​ຂຶ້ນສູ່​ວົງໂຄຈອນ ​ແມ່ນ​ເໝາະ​ສົມ​ກັບ​ແຜນການ​ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ພ້ອມ​ທັງ​ຊ່ວຍ​ໃຫ້​ປະ​ເທດ​ນີ້​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ແລະ ປົວ​​ແປງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເທື່ອ​ລະ​ກ້າວ. ພຽງ​ຢາງ ກໍ​ກ່າວ​ປະນາມ​ການ​ຕຳ​ນິຕິ​ຕຽນ​ທຸກ​ຢ່າງ​ທີ່​ເລັ່ງ​​ໃສ່​ການ​ຍິງ​ດາວ​ທຽມ ​ແມ່ນ​ການ​ກະທຳ​ທີ່​ເປັນ​ປໍ​ລະ​ປັກ​ຕ​້ານ ສປປ​ເກົາຫຼີ.

ຂ່າວ/ບົດ​ອື່ນ