ສະພາຄວາມໝັ້ນຄົງ ສປຊ ຄາດວ່າຈະຈັດກອງປະຊຸມດ່ວນກ່ຽວກັບສະພາບການມະນຸດສະທຳຢູ່ ຢູແກຼນ
(VOVWORLD) -ສະພາຄວາມໝັ້ນຄົງ ສປຊ ຄາດວ່າ ຈະຈັດກອງປະຊຸມດ່ວນກ່ຽວກັບສະພາບວິກິດການມະນຸດສະທຳຢູ່ ຢູແກຼນ ໃນວັນທີ 28 ກຸມພາ (ຕາມເວລາ ອາເມລິກາ, ກົງກັບວັນທີ 1 ມີນາ ຕາມເວລາ ຫວຽດນາມ).
ນັກຮົບຢູແກຼນ ຢູ່ເຂດການປະທະກັນກັບລັດເຊຍ ຢູ່ນະຄອນຫຼວງ Kiev (ພາບ: AFP/TTXVN) |
ກອງປະຊຸມໂດຍທ່ານປະທານາທິບໍດີ ຝລັ່ງ Emmanuel Macron ສະເໜີ ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ການນຳຜູ້ຕາງໜ້າບັນດາອົງການຊ່ວຍກູ້ມະນຸດສະທຳ ແລະ ລີ້ໄພຂອງ ສປຊ ຫຼາຍທ່ານ. ຝລັ່ງ ແມ່ນໜຶ່ງໃນ 5 ປະເທດທີ່ດຳລົງຕຳແໜ່ງກຳມະການຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ໂດຍໄດ້ສະເໜີໃຫ້ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວຄຳເຫັນຢູ່ກອງປະຊຸມຄັ້ງນີ້.
ຕາມຂະຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພແລ້ວ, ການປະທະກັນຢູ່ ຢູແກຼນ ເຮັດໃຫ້ປະຊາຊົນ ກ່ວາ 120.000 ຄົນຕ້ອງລີ້ໄພໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງໃນອາທິດຜ່ານມາຄື: ໂປໂລຍ, ໂມນດາວີ, ຣູມານີ, ຮຸງກາຣີ ແລະ ສະໂລວາກີ.