ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມສ່ຽງຈາກ AI ຄັ້ງທຳອິດຢ່າງເປັນທາງການ
(VOVWORLD) - ອັງກິດ ໄດ້ຮຽກຮ້ອງດຳເນີນການເຈລະຈາສາກົນກ່ຽວກັບຜົນກະທົບຂອງ AI ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ.
ສະພາຄວາມໝັ້ນຄົງ ສປຊ ຈະຈັດກອງປະຊຸມປຶກສາຫາລືກ່ຽວກັບປັນຍາປະດິດ (AI) ຄັ້ງທຳອິດຢ່າງເປັນທາງການ ໃນອາທິດນີ້ ຢູ່ນະຄອນນິວຢອກ, ອາເມລິກາ. ຄາດວ່າ, ກອງປະຊຸມປຶກສາຫາລືຈະດຳເນີນໃນວັນທີ 18 ກໍລະກົດ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly.
ໃນເດືອນນີ້, ອັງກິດ ພວມດຳເນີນໜ້າທີ່ເປັນປະທານໝູນວຽນຂອງ ສະພາຄວາມໝັ້ນຄົງ ສປຊ. ອັງກິດ ພວມຊອກຫາບົດບາດນຳພາທົ່ວໂລກໃນການປະກາດໃຊ້ບັນດາຂໍ້ກຳນົດຄຸ້ມຄອງ AI. ອັງກິດ ໄດ້ຮຽກຮ້ອງດຳເນີນການເຈລະຈາສາກົນກ່ຽວກັບຜົນກະທົບຂອງ AI ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ. ລັດຖະບານໃນໂລກຫຼາຍທ່ານ ພວມພິຈາລະນາວິທີການຫຼຸດຜ່ອນຄວາມສ່ຽງຂອງເຕັກໂນໂລຢີ AI ລຸ້ນໃໝ່, ເຊິ່ງອາດຈະເປັນປັດໄຈກຳນົດຄືນພື້ນຖານເສດຖະກິດທົ່ວໂລກ ແລະ ປ່ຽນແປງສະພາບການຄວາມໝັ້ນຄົງສາກົນ.