ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາລາຍການເຮັດວຽກເດືອນເມສາ
(VOVWORLD) - ວັນທີ 1 ເມສາ, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາລາຍການເຮັດວຽກເດືອນເມສາ ດ້ວຍໂຄງການດຳເນີນງານ ລວມມີຫຼາຍບັນຫາຮ້ອນເຮັ່ງໃນທົ່ວໂລກຄື: ສະພາບການຢູ່ຊີຣີ, ເຢແມນ, ວິວັດການສັນຕິພາບຢູ່ຕາເວັນອອກກາງ, ບັນດາການຜັນແປອັນສັບສົນຢູ່ມາລີ, ຊູດັງ…
ລາຍການເຮັດວຽກຂອງ ສະພາຄວາມໝັ້ນຄົງ ສປຊ ວັນທີ 11/3 (ພາບ:AFP/TTXVN) |
ນອກຈາກນັ້ນແລ້ວ, 10 ປະເທດ ສະມາຊິກ ສະພາຄວາມໝັ້ນຄົງ ສປຊ, ໃນນັ້ນມີຫວຽດນາມ ກໍ່ຈະເປັນປະທານຮ່ວມການປະຊຸມບໍ່ເປັນທາງການ ກ່ຽວກັບການກະທົບຂອງການຜັນແປຂອງດິນຟ້າອາກາດຕໍ່ຄວາມໝັ້ນຄົງສາກົນ ຊື່ງຄາດວ່າຈະຈັດຂຶ້ນໃນວັນທີ 22 ເມສາທີ່ຈະມາເຖິງ.
ຍ້ອນໂລກລະບາດໂຄວິດ-19, ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປັນເອກະສັນວ່າ ໃນເດືອນເມສາ ຈະສືບຕໍ່ຈັດກອງປະຊຸມທາງອອນລາຍ ແລະ ບັນດານັກລາຍງານຈະເອົາເນື້ອໃນບົດລາຍງານຂອງຕົນລົງໃນ ເວັບ ໄຊຂອງ ສປຊ.