ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮັບຮອງເອົາມະຕິທຳອິດ ກ່ຽວກັບ ຊີຣີ
ວາລະປະຊຸມຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຢູ່ນິວຢອກ
(ພາບ: Reuters)
(vovworld) - ວັນທີ 14/4, ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ເຫັນດີເປັນເອກະສັນກັນຮັບຮອງເອົາມະຕິທຳອິດກ່ຽວກັບວິກິດການຢູ່ຊີຣີ, ຜ່ານນັ້ນ ໄດ້ອະນຸຍາດໃຫ້ຄະນະນັກສັງເກດການຄະນະໜຶ່ງລວມມີ 30 ຄົນໄປຊີຣີເພື່ອສັງເກດການຢຸດຍິງຢູ່ປະເທດນີ້. ບັນດາເຈົ້າໜ້າທີ່ ສະຫະປະຊາຊາດໃຫ້ຮູ້ວ່າ: ຕາມມະຕິ 2042, ຜູ້ສັງເກດການ 30 ຄົນນີ້ອາດຈະເດີນທາງໄປ Damas ໃນ 2, 3 ຊົ່ວໂມງຈະມາເຖິງ. ມະຕິດັ່ງກ່າວກໍຮຽກຮ້ອງໃຫ້ອຳນາດການປົກຄອງ ຊີຣີ “ປະຕິບັດຢ່າງເດັດຂາດ” ທຸກໆຄຳໝັ້ນສັນຍາທີ່ນອນ ໃນແຜນການສັນຕະພາບຂອງທ່ານທູດພິເສດລວມ Kofi Annan, ໃນນັ້ນ
ມີການຖອນທະຫານ ແລະ ປືນໃຫຍ່ອອກຈາກນະຄອນຂອງຊີຣີ. ນອກນັ້ນ, ມະຕິດັ່ງກ່າວກໍຮຽກຮ້ອງໃຫ້ທ່ານປະທານາທິບໍດີ ຊີຣີ Bashar Al Assad ແລະ ຝ່າຍຄ້ານ “ຮັບປະກັນຄວາມປອດໄພໃຫ້ຄະນະນັກສັງເກດການດັ່ງກ່າວ. ກ່ຽວຂ້ອງເຖິງຊີຣີ ຍັງມີຂ່າວໃຫ້ຮູ້ວ່າ, ຜູ້ຫຼົບໄພຊີຣີ ຢູ່ປະເທດຕວກກີ ຫາກໍອອກສຽງຄັດຄ້ານຕໍ່ແຫຼ່ງຂ່າວກ່ຽວກັບສະພາບການໃຊ້ຄວາມຮຸນແຮງ ແລະ ຄວາມສາມາດລະເມີດຂໍ້ຕົກລົງຢຸດຍິງພາຍໃນປະເທດ. ຜູ້ຫຼົບໄພຊີຣີ ຢູ່ແຂວງ Hatay ຂອງຕວກກີ ໄດ້ສົງໄສຂໍ້ຕົກລົງຢຸດຍິງຂອງລັດຖະບານ ຊີຣີ ແລະ ມີຄວາມວິຕົກກັງວົນວ່າ ເສີກກາງເມືອງສາມາດຈະເກີດຂຶ້ນຢູ່ບໍ່ວ່າເວລາໃດ. ກ່ອນໜ້ານັ້ນ, ຮູ່ງເຊົ້າວັນທີ 14/4, ກອງທັບຊີຣີ ໄດ້ຍິງປືນໃຫຍ່ໃສ່ບາງບໍລິເວນກຳລັງລຸກຮື້ຂຶ້ນຢູ່ນະຄອນ Homs.