ສະ​ພາ​ຄວາມ​ໝັ້ນ​ຄົງ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ກາ​ນ​ສ້າງ​ສັນ​ຕິ​ພາບ​ຢູ່ ເຢ​ແມນ

(VOVWORLD) -ວັນທີ 11 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມເປີດທາງອອນລາຍ, ປຶກສາຫາລືປະຈຳເດືອນກ່ຽວກັບສະພາບການຢູ່ ເຢແມນ.
ສະ​ພາ​ຄວາມ​ໝັ້ນ​ຄົງ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ກາ​ນ​ສ້າງ​ສັນ​ຕິ​ພາບ​ຢູ່ ເຢ​ແມນ - ảnh 1 ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມເປີດທາງອອນລາຍ, ປຶກສາຫາລືປະຈຳເດືອນກ່ຽວກັບສະພາບການຢູ່ ເຢແມນ (ພາບ: VOV5)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັ້ງດິ່ງກຸ໊ຍ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການຢູ່ ເຢແມນ ໃນປັດຈຸບັນ, ພິເສດແມ່ນຄວາມສ່ຽງເສຍຊີວິດຍ້ອນໄພອຶດຫິວ ເຊິ່ງປະຊາຊົນ ເຢແມນ ພວມປະເຊີນໜ້າ; ທ່ານກໍຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງປະຕິບັດຄຳຮຽກຮ້ອງຢຸດຍິງຂອງທ່ານເລຂາທິການໃຫຍ່ ສປຊ ແລະ ທູດພິເສດຂອງທ່ານເລຂາທິການໃຫຍ່; ຢຸດຕິບັນດາການກະທຳເປັນປໍລະປັກໂດຍໄວ ແລະ ເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ສຳລັບ ຖະແຫຼງການຮ່ວມ ກ່ຽວກັບຄຳສັ່ງຢຸດຍິງໃນທົ່ວປະເທດ. ທ່ານເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນປະຕິບັດສຳເລັດຄຳໝັ້ນສັນຍາປະກອບດ້ານການເງິນເພື່ອໃຫ້ບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ ໄດ້ຜັນຂະຫຍາຍຢ່າງຄົບຖ້ວນ, ຕ້ານຄືນໄພອຶດຫິວຢູ່ເຢແມນ; ພ້ອມທັງເນັ້ນໜັກວ່າ ຄວນມີການເຄື່ອນໄຫວປົກປ້ອງເດັກ ແລະ ສະກັດກັ້ນວິກິດການໃຫ້ແກ່ຄົນລຸ້ນໃໝ່ຂອງ ເຢແມນ. ທ່ານເອກອັກຄະລັດຖະທູດ ໄດ້ກະຕຸກຊຸກຍູ້ໃຫ້ບັນດາຝ່າຍປະຕິບັດບັນດາຂໍ້ຕົກລົງ Stockholm ແລະ Riyadh ຢ່າງຄົບຖ້ວນ.

        ວັນທີ 11 ພະຈິກ, ສະມັດຊາໃຫຍ່ ແລະ ສະພາຄວາມໝັ້ນຄົງ ສປຊ ໄດ້ພ້ອມກັນຈັດຕັ້ງການປ່ອນບັດປິດລັບເພື່ອເລືອກຕັ້ງຜູ້ພິພາກສາສານສາກົນ 5 ທ່ານ ອາຍຸການ 2021 – 2030.

        ຟ້າມຮວນ - ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ