ສະພາຄວາມໝັ້ນຄົງສປຊປ່ອນບັດລັບບໍ່ເປັນທາງການເພື່ອເລືອກຕັ້ງເລຂາທິການໃຫຍ່ສປຊ
ບັນດາຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ ສປຊ
(ພາບ: AFP)
(vovworld) – ພາຍຫຼັງເວລາຫຼາຍເດືອນ, ບັນດາຜູ້ສະໝັກຮັບເລືອກຕັ້ງປະຕິບັດບັນດາການເຄື່ອນໄຫວຂົນຂວາຍ ແລະ ໂຕ້ເວທີ, ວັນທີ 21/7, ບັນດາເອກອັກຄະລັດຖະທູດຂອງ 15 ປະເທດກຳມະການສະພາຄວາມໝັ້ນຄົງ ສປຊ ດຳເນີນການປ່ອນບັດລັບບໍ່ເປັນທາງການເພື່ອເລືອກຕັ້ງເລຂາທິການໃຫຍ່ ສປຊ ແທນໃຫ້ທ່ານ Ban ki moon ໃນເດືອນ 1/2017. ແຕ່ລະປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ໃຫ້ຄະແນນສຳລັບບັນດາຜູ້ສະໝັກຮັບເລືອກຕັ້ງຊ່ວງເສັງເຂົ້າຕຳແໜ່ງນີ້. ໝາກຜົນຂອງການປ່ອນບັດຄັ້ງທຳອິດບໍ່ໄດ້ປະກາດຢ່າງກ້ວາງຂວາງ, ແຕ່ຈະໄດ້ປະກາດໃຫ້ລັດຖະບານບັນດາປະເທດໄດ້ສະເໜີບັນດາຜູ້ສະໝັກຮັບເລືອກຕັ້ງ. ປະຈຸບັນ, ການຊ່ວງເສັງເຂົ້າຕຳແໜ່ງເລຂາທິການໃຫຍ່ ສປຊ ມີ 12 ຄົນ, ສ່ວນຫຼາຍແມ່ນມາຈາກບັນດາປະເທດ ເອີລົບ ຕາເວັນອອກ. ນອກຈາກປັດໄຈດ້ານພູມສາດ, ການເລືອກຕັ້ງປີນີ້ຍັງຄິດໄລ່ຊັ່ງຊາເຖິງປັດໄຈທາງເພດ. ຫຼາຍປະເທດໄດ້ອອກສຽງມອບສິດນຳພາໃຫ້ແມ່ຍິງ. ຜູ້ສະໝັກຮັບເລືອກຕັ້ງຍິງ 2 ຄົນມີຄວາມສາມາດບົ່ມຊ້ອນທີ່ສຸດໃນປະຈຸບັນແມ່ນ: ທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ UNESCO ແລະ ທ່ານນາງ Helen Clark, ຜູ້ອຳນວຍການໂຄງການພັດທະນາ ສປຊ (UNDP), ອະດີດນາຍົກລັດຖະມົນຕີ New Zealand.