ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ

ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ - ảnh 1
ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ
(ພາບ: EPA/TTXVN)

(vovworld) - ວັນ​ທີ 06/04 ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ອອກ​ຖະ​ແຫຼ​ງການ​ ກ່າວ​ປະນາມ​ຢ່າງ​ແຮງ​ຕໍ່​ເຫດ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີຄັ້ງ​ລ່າ​ສຸດຂອງ ສປປ.​ເກົາ​ຫຼີ, ພ້ອມທັງ ຖືວ່າ​ນີ້​ແມ່ນ​ການ​ກະທຳ “​ເປີດ​ແປນ ​ແລະ ​ເກາະ​ຜິດ”, ລະ​ເມີດ​ບັນດາມະຕິຂອງ​ສະຫະ​ປະຊາ​ຊາດ. ບັນດາ​ສະມາຊິກ​ຂອງ​ສະພາ​ຄວາມໝັ້ນຄົງ “ສະ​ແດງ​ຄວາມ​ວິຕົກ​ກັງວົນຢ່າງ​ເລິກ​ເຊິ່ງ” ຕໍ່ການ​ກະທຳ ​ເຊິ່ງ​ເຂົາ​ເຈົ້າຖື​​ວ່າ ​ໄດ້ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ຮ້າຍ​ແຮງ ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ອົງການ​ສິດ​ອຳ​ນາດ​ສູງ​ສຸດ​ຂອງ​ສະຫະ​ປະຊາ​ຊາດ​ຢືນຢັນ​ວ່າ: ຈະ​ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນບັນດາ​ການ​ຜັນ​ແປ​ຢູ່ ສປປ.​ເກົາຫຼີ ​ແລະ “ຈະໝູນ​ໃຊ້​ຫລາຍ​ມາດ​ຕະການ​​ແຂງແຮງ​ກ່ວາ​ຕື່ມ​ອີກ” ​ແຕ່​ບໍ່​ເຜີ​ຍ​ໃຫ້​ຮູ້​ລາຍລະອຽດ ນັ້ນແມ່ນ​ບັນດາ​ມາດ​ຕະການ​ໃດໆ.

        ​ແລະ​ກໍ່​ໃນ​ວັນ​ທີ 06/04, ສະຫະພາບ ​ເອີ​ລົບ (ອີ​ຢູ) ກໍ່​ຈັດ​ວາງ​​ບັນດາ​ມາດ​ຕະການ​ລົງ​ໂທດ​ຕື່ມ​ອີກ ສຳລັບສປປ.​ເກົາຫຼີ ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ ປະ​ເທດ​ນີ້ ທົດ​ລອງ​ນິວ​ເຄຼຍ ​ແລະ ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ.

 



ຕອບກັບ

ຂ່າວ/ບົດ​ອື່ນ