ສະພາຄວາມໝັ້ນຄົງສະຫະປະຊາຊາດຕໍ່ກຳນົດເວລາການເຄື່ອນໄຫວກູ້ຊ່ວຍໃຫ້ຊີຣີຕື່ມອີກ1ປີ
(ພາບປະກອບ AP/TTXVN)
(vovworld) – ວັນທີ 21/12 ສະພາຄວາມໝັ້ນຄົງສະຫະປະຊາຊາດຮັບຮອງເອົາມະຕິການຕໍ່ ກຳນົດເວລາ ຕື່ມອີກ 1 ປີໃນການເຄື່ອນໄຫວຂົນສົ່ງສິນຄ້າໜູນຊ່ວຍມະນຸດສະທຳຜ່ານຊາຍແດນ ແລະ ບັນດາເຂດມີການປະທະກັນຢູ່ ຊີຣີ. ຈຸດປະສົງຂອງມະຕິນີ້ ແມ່ນຊ່ວຍບັນດາພາລະກອນຂອງສະຫະປະຊາຊາດ ໂດຍບໍ່ຕ້ອງການໄດ້ຮັບຄວາມເຫັນດີຈາກອຳນາດການປົກຄອງ Damascus ແຕ່ກໍ່ສາມາດຊ່ວຍເຫຼືອປະຊາຊົນນັບພັນຄົນ ທີ່ພວມຕິດຄ້າງຢູ່ບັນດາເຂດ ພາຍໃຕ້ການຄວບຄຸມຂອງພວກກະບົດລຸກຮື້ຂຶ້ນ. ມະຕິດັ່ງກ່າວໄດ້ຮັບຄວາມເຫັນດີເປັນເອກະພາບຈາກ 15 ສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໂດຍສະແດງຄວາມຄຽດແຄ້ນຕໍ່ໜ້າ “ວິກິດການມະນຸດສະທຳນັບມື້ນັບຍັງຜັນແປຢ່າງຮ້າຍແຮງລົງຢູ່ ຊີຣີ”. ແຫ່ງທີ່ ມີປະຊາຊົນກ່ວາ 13,5 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ. ມະຕິກໍ່ກ່າວໂທດວ່າກຸ່ມກໍ່ການຮ້າຍລັດອິດສະລາມ IS ແລະ ບັນດາອົງການທີ່ກ່ຽວຂ້ອງເຖິງເຄືອຂ່າຍກໍ່ການຮ້າຍ Al – Qaeda ລ້ວນແຕ່ຕັ້ງໃຈກີດຂວາງບັນດາການເຄື່ອນໄຫວຂົນສົ່ງສິນຄ້າກູ້ຊ່ວຍຜ່ານບັນດາເຂດພວມມີການປະທະກັນ