ສະພາຍີ່ປຸ່ນ ຮັບຮອງເອົາກົດໝາຍວ່າດ້ວຍສຳເລັດລະບຽບການກ່ຽວກັບສັນຍາ CPTPP

(VOVWORLD) - ການກະທຳດັ່ງກ່າວສ້າງພື້ນຖານໃຫ້ແກ່ ຍີ່ປຸ່ນປະຕິບັດສຳເລັດບັນດາລະບຽບການພາຍໃນປະເທດໃນເດືອນ ກໍລະກົດ ຈະມາເຖິງ ຍ້ອນປະເທດນີ້ຍັງຕ້ອງການກວດກາຄືນບັນດາຂໍ້ກຳນົດກ່ຽວຂ້ອງເຖິງລັດຖະບານ
ສະພາຍີ່ປຸ່ນ ຮັບຮອງເອົາກົດໝາຍວ່າດ້ວຍສຳເລັດລະບຽບການກ່ຽວກັບສັນຍາ CPTPP - ảnh 1(ພາບ: AFP/TTXVN)

ວັນທີ 29 ມິຖຸນາ, ສະພາແຫ່ງຊາດ ຍີ່ປຸ່ນ ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍລະບຽບການກ່ຽວກັບສັນຍາ CPTPP ຢູ່ພາຍໃນປະເທດເມື່ອຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ກ່ອນນີ້ມີຊື່ວ່າ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP).

        ຕາມສຳນັກຂ່າວສານ Kyodo ແລ້ວ, ການກະທຳດັ່ງກ່າວສ້າງພື້ນຖານໃຫ້ແກ່ ຍີ່ປຸ່ນປະຕິບັດສຳເລັດບັນດາລະບຽບການພາຍໃນປະເທດໃນເດືອນ ກໍລະກົດ ຈະມາເຖິງ ຍ້ອນປະເທດນີ້ຍັງຕ້ອງການກວດກາຄືນບັນດາຂໍ້ກຳນົດກ່ຽວຂ້ອງເຖິງລັດຖະບານ. ກົດໝາຍໃໝ່ລວມມີ ການໜູນຊ່ວຍບັນດາເຈົ້າຂອງ ຟາມ - ເຊິ່ງແມ່ນບັນດາຜູ້ບໍ່ໄດ້ຮັບການປົກປ້ອງຈາກການແກ່ງແຍ້ງກັບຄູ່ແຂ່ງຕ່າງປະເທດ, ແລະ ເລື່ອງເປີດກ້ວາງບັນດາລິຂະສິດພູມປັນຍາເໝາະສົມກັບ CPTPP. ລັດຖະບານ ຍີ່ປຸ່ນ ພວມມີແງ່ຫວັງປະຕິບັດສຳເລັດວິວັດທະນາການພາຍໃນປະເທດ ກ່ຽວກັບການຮັບຮອງເອົາ CPTPP ເພື່ອແນໃສ່ເປີດຊ່ອງທາງໃຫ້ແກ່ສັນຍາການຄ້ານີ້ມີຜົນສັກສິດໃນປີນີ້ໃນສະພາບທີ່ຄວາມວິຕົກວັງວົນເພີ່ມທະວີຍ້ອນບັນດານະໂຍບາຍດ້ານການຄ້າຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ໄພສົງຄາມການຄ້າເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ