ສະພາຕໍ່າ ອາເມລິກາ ຊອກຫາວິທີຊຸກຍູ້ບັນດາຮ່າງກົດໝາຍເປີດປະຕູລັດຖະບານຄືນໃໝ່
(VOVWORLD) -ສອງຝ່າຍ ຍັງບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວກັບບັນດາບ້ວງງົບປະມານໃຫ້ແກ່ການກໍ່ສ້າງກໍາແພງຊາຍແດນກັບ ເມກຊີໂກ
ທ່ານປະທານສະພາຕໍ່າ Nancy Pelosiພ້ອມດ້ວຍບັນດາສະມາຊິກພັກປະຊາທິປະໄຕທີ່ການຖະແຫຼງຂ່າວ (ພາບ: AFP/TTXVN) |
ພາຍຫຼັງການພົບປະຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ບັນດາສະມາຊິກພັກປະຊາທິປະໄຕ ສືບຕໍ່ບໍ່ບັນລຸໄດ້ໝາກຜົນ ແລະ ສອງຝ່າຍ ຍັງບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວກັບບັນດາບ້ວງງົບປະມານໃຫ້ແກ່ການກໍ່ສ້າງກໍາແພງຊາຍແດນກັບ ເມກຊີໂກ, ທ່ານປະທານສະພາຕໍ່າ Nancy Pelosi ໃຫ້ຮູ້ວ່າ ພັກປະຊາທິປະໄຕ ຄາດວ່າ ຈະປະຕິບັດສໍາເລັດແຜນການຮັບຮອງເອົາ ຮ່າງກົດໝາຍກ່ຽວກັບງົບປະມານສະເພາະ 04 ສະບັບ ເພື່ອສົ່ງໄປຍັງສະພາສູງ ພາຍໃນ 03 ວັນຈະມາເຖິງ ເພື່ອແນໃສ່ຊ່ວຍລັດຖະບານກັບຄືນສູ່ການເຄື່ອນໄຫວເປັນປົກກະຕິໂດຍໄວ.
ການນໍາສອງພັກສາທາລະນະລັດ ແລະ ພັກປະຊາທິປະໄຕ ໄດ້ຍົກອອກບັນດາຂໍ້ສະເໜີທີ່ແຕກຕ່າງກັນໃນການພົບປະ ທີ່ແກ່ຍາວເປັນເວລາປະມານ ເຄ່ິງຊົ່ວໂມງ ຢູ່ທໍານຽບຂາວ ແລະ ສະພາບການໄດ້ເຄັ່ງຕຶງຂຶ້ນຢ່າງວ່ອງໄວ.