ສະພາຕໍ່າອາເມລິກາປະຕິເສດຂໍ້ຕົກລົງນິວເຄຼຍກັບອີຣານ

ສະພາຕໍ່າອາເມລິກາປະຕິເສດຂໍ້ຕົກລົງນິວເຄຼຍກັບອີຣານ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 11/09, ດ​້ວຍບັດ​ເຫັນ​ດີ 162 ບັດ, ບັດ​ຄ້ານ 269 ບັດ, ສະພາ​ຕໍ່າ ​ໂດຍ​ຝ່າ​ຍສາທາລະນະ ກວມ​ສ່ວນ​ຫຼາຍ ​ໄດ້​ຮັບ​ຮອງ​ເອົາ​ມະຕິ​ປະຕິ​​ເສດຂໍ້​ຕົກລົງ​ນິວ​ເຄຼຍ ​ເຊິ່ງກຸ່ມ P5+1 (ລວມມີ ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ລັດ​ເຊຍ, ຈີ​ນ ​ແລະ ​ເຢຍລະ​ມັນ) ລົງ​ນາມ​ກັບ​ອີຣານ ​ເມື່ອ​ວັນ​ທີ 14/07 ຜ່ານ​ມາ. ຕາມ​ຂໍ້​ຕົກລົງ, ອີຣານ ຈຳກັດ​​ໂຄງການ​ນິວ​ເຄຼຍດ້ວຍຕົນ​ເອງ ​ເພື່ອ​ແລ​ກ​ເອົາ​ເລື່ຶອງອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍຕາ​ເວັນ​ຕົກ ຍົກ​ເລີກ​ບັນດາ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ເສດຖະກິດ, ການ​ເງິນ. ມີ​ສະມາຊິກ​ຂອງ​ພັກ​ປະຊາທິປະ​​ໄຕ 25 ທ່ານ​ໄດ້​ຫັນປິ້ນຫຼັງ​​ໃສ່ທຳນຽບຂາວ, ພ້ອມ​ກັບ​ບັນດາ​ສະມາຊິກ​ພັກສາ​ທາ​ລະນະ ປ່ອນ​ບັດ​ຄັດຄ້ານ​ຂ້ໍ​ຕົກລົງ. ​ແຕ່​ວ່າ, ​ໂດ​ຍບໍ່​ຫົວຊາ​ຕໍ່​ໝາກຜົນ​ການ​ປ່ອນ​ບັດ​ຢູ່​ສະພາ​ຕໍ່າ, ດ້ວຍ​ເລື່ອງ​ວັນ​ທີ 10/09, ຝ່າຍ​ປະຊາທິປະ​ໄຕ​ຢູ່​ສະພາ​ສູງ ສະ​ກັດ​ກັ້ນ​ຄວາມ​ມານະ​ພະຍາຍາມ​ຕ້ານ​ທຳລາຍ​ຄ້າຍຄື​ກັບພັກສາ​ທາ​ລະນະ​ສຳ​ເລັດ. ​​ເຖິງ​ວ່າ​ຖືກ​ປະລາ​ໄຊ, ​ແຕ່​ບັນດາ​ການ​ນຳ​ຂອງ​ພັກສາ​ທາ​ລະນະ ຢູ່​ທັງ​ສະພາ​ສູງ ​ແລະ ສະພາ​ຕໍ່າ ຢືນຢັນ ຈະ​ສື​ບຕໍ່​ຊອກ​ຫາ​ທຸກວິທີ​ເພື່ອ​ສະ​ກັດ​ກັ້ນ ​ແລະ ​ໂຈະ​ການ​ປະຕິບັດ​ຂໍ້​ຕົກລົງ​ນິວ​ເຄຼຍກັບ​ອີຣານ.

ຂ່າວ/ບົດ​ອື່ນ