ສະພາຕ່ຳ ລັດເຊຍ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ
(VOVWORLD) - ຊື່ຂອງກົດໝາຍສະຫະລັດ “ວ່າດ້ວຍການໃຫ້ສັດຕະຍາບັນສົນທິສັນຍາຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ” ກໍໄດ້ປ່ຽນມາເປັນ “ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ”.
ວາລະປະຊຸມຄົບຄະນະຂອງສະພາຕ່ຳ ລັດເຊຍ (ພາບ: AFP/TTXVN) |
ວັນທີ 18 ຕຸລາ, ຢູ່ວາລະປະຊຸມຄົບຄະນະ, ສະພາຕ່ຳ ສະຫະພັນ ລັດເຊຍ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍເລື່ອງ ລັດເຊຍ ຍົກເລີກການໃຫ້ສັດຕະຍາບັນສົນທິສັນຍາຫ້າມທົດລອງນິວເຄຼຍຢ່າງຮອບດ້ານ (CTBT). ເອກະສານສະບັບນີ້ ໄດ້ຍົກເລີກມາດຕາທີ 1 ຂອງກົດໝາຍດັ່ງກ່າວ, ໃນນັ້ນໄດ້ ກຳນົດກ່ຽວກັບ ການໃຫ້ສັດຕະຍາບັນສົນທິສັນຍາ ໂດຍ ລັດເຊຍ ລົງນາມຢູ່ ນິວຢອກ (ອາເມລິກາ) ໃນວັນທີ 24 ກັນຍາ 1996.
ຊື່ຂອງກົດໝາຍສະຫະລັດ “ວ່າດ້ວຍການໃຫ້ສັດຕະຍາບັນສົນທິສັນຍາຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ” ກໍໄດ້ປ່ຽນມາເປັນ “ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍ ຢ່າງຮອບດ້ານ”.
ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ຜູ້ນຳໜ້າກຳມາທິການການຕ່າງປະເທດ ຢູ່ສະພາຕ່ຳ ລັດເຊຍ, Leonid Slutsky ເນັ້ນໜັກວ່າ ລັດເຊຍ ບໍ່ເຂົ້າຮ່ວມການໃຫ້ສັດຕະຍາບັນສົນທິສັນຍາ ແລະ ກຽມພ້ອມຈະປະຕິບັດການກະທຳທີ່ເໝາະສົມ ເພື່ອປະກອບສ່ວນຮັກສາຄວາມໝັ້ນຄົງທົ່ວໂລກ.