ສະພາຕ່ຳ ອາເມລິກາ ຮັບຮອງເອົາ ຮ່າງກົດໝາຍລົງໂທດ ລັດເຊຍ, ອີຣານ ແລະ ສປປ ເກົາຫລີ

(VOVWORLD) -  ຕາມແຈ້ງການສະບັບໜຶ່ງ, ບັນດາສະມາຊິກລັດຖະສະພາ ອາເມລິກາ ຕົກລົງຈັດວາງການລົງໂທດແນໃສ່ ລັດເຊຍ ຍ້ອນປະເທດນີ້ ໄດ້ແຊກແຊງເຂົ້າການເລືອກຕັ້ງ ປະທານາທິບໍດີ ອາເມລິກາ ໃນປີ 2016 ກໍຄື ຍ້ອນການກະທຳຂອງ ມົດສະກູ ຢູ່ ຢູແກຼນ ແລະ ຊີຣີ. 
 

ສະພາຕ່ຳ ອາເມລິກາ ຮັບຮອງເອົາ ຮ່າງກົດໝາຍລົງໂທດ ລັດເຊຍ, ອີຣານ ແລະ ສປປ ເກົາຫລີ - ảnh 1ສຳນັກງານສະພາແຫ່ງຊາດ ອາເມລິກາ

(ພາບ  EPA/TTXVN)

ວັນທີ 25 ກໍລະກົດ, ສະພາຕ່ຳ ອາເມລິກາ ໄດ້ເຫັນດີຮັບຮອງເອົາຮ່າງກົດໝາຍຈັດວາງບັນດາຄຳສັ່ງລົງໂທດໃຫມ່ ແນໃສ່ ລັດເຊຍ, ອີຣານ ແລະ ສປປ ເກົາຫລີ. ດ້ວຍໝາກຜົນຢ່າງຫນ້ອຍສຸດ 419 ບັດເຫັນດີ ແລະ ມີພຽງ 3 ບັດຄ້ານ, ສະພາຕ່ຳ ອາເມລິກາ ໄດ້ຮັບຮອງເອົາບັນດາການລົງໂທດແນໃສ່ 3 ປະເທດດັ່ງກ່າວ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງປະທານາທິບໍດີ ອາເມລິກາ  D. Trump. ຕາມແຈ້ງການສະບັບໜຶ່ງ, ບັນດາສະມາຊິກລັດຖະສະພາ ອາເມລິກາ ຕົກລົງຈັດວາງການລົງໂທດແນໃສ່ ລັດເຊຍ ຍ້ອນປະເທດນີ້ ໄດ້ແຊກແຊງເຂົ້າການເລືອກຕັ້ງ ປະທານາທິບໍດີ ອາເມລິກາ ໃນປີ 2016 ກໍຄື ຍ້ອນການກະທຳຂອງ ມົດສະກູ ຢູ່ ຢູແກຼນ ແລະ ຊີຣີ. ໃນຂະນະນັ້ນ, ອີຣານ ແລະ ສປປ ເກົາຫລີ ຖືກຈັດເຂົ້າບັນຊີລາຍຊື່ຖືກລົງໂທດ ຍ້ອນບັນດາໂຄງການພັດທະນາລູກສອນໄຟນຳວິຖີ ແລະ ຫນູນຊ່ວຍກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ