ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ ອາ​ເມ​ລິ​ກາ ຢັ້ງ​ຢືນ​ຢ່າງ​ເປັນ​ທາງ​ການ​ວ່າ ທ່ານ Joe Biden ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້​ງ​ປະ​ທາ​ນາ​ທິ​ບໍ​ດີ

(VOVWORLD) - ທ່ານ Joe Biden ແລະ ທ່ານນາງ Kamala Harris ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຜູ້ທີ 46 ແລະ ຮອງປະທານາທິບໍດີຜູ້ທີ 46 ຂອງ ອາເມລິກາ ດ້ວຍຈຳນວນບັດເລືອກຕັ້ງ 306 ບັດ ຈາກຄະນະຜູ້ຕາງໜ້າຂອງຜູ້ມີສິດເລືອກຕັ້ງ. 
ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ ອາ​ເມ​ລິ​ກາ ຢັ້ງ​ຢືນ​ຢ່າງ​ເປັນ​ທາງ​ການ​ວ່າ ທ່ານ Joe Biden ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້​ງ​ປະ​ທາ​ນາ​ທິ​ບໍ​ດີ - ảnh 1ສະພາຕ່ຳ ແລະ ສະພາສູງ ອາເມລິກາ ຢັ້ງຢືນຢ່າງເປັນທາງການວ່າ ທ່ານ Joe Biden ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ (ພາບ: CNN)

ວັນທີ 7 ມັງກອນ, ພາຍຫຼັງດຳເນີນກອງປະຊຸມຈົນຊອດແຈ້ງ, ສຸດທ້າຍ ບັນດາສະມາຊິກສະພາສູງ ແລະ ສະພາຕ່ຳ ອາເມລິກາ ກໍປະຕິບັດສຳເລັດໜ້າທີ່ຢັ້ງຢືນຜົນການເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຈາກຄະນະຜູ້ຕາງໜ້າຂອງຜູ້ມີສິດເລືອກຕັ້ງ 50 ລັດ ແລະ ເຂດປົກຄອງພິເສດ ວໍຊິງຕັນ. ພາຍຫຼັງປະຕິບັດສຳເລັດການນັບບັດ, ສະພາຕ່ຳ ແລະ ສະພາສູງ ອາເມລິກາ ໄດ້ຢັ້ງຢືນຢ່າງເປັນທາງການວ່າ ທ່ານ Joe Biden ແລະ ທ່ານນາງ Kamala Harris ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຜູ້ທີ 46 ແລະ ຮອງປະທານາທິບໍດີຜູ້ທີ 46 ຂອງ ອາເມລິກາ ດ້ວຍຈຳນວນບັດເລືອກຕັ້ງ 306 ບັດ ຈາກຄະນະຜູ້ຕາງໜ້າຂອງຜູ້ມີສິດເລືອກຕັ້ງ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາຄົນປັດຈຸບັນ Donal Trump  ແລະ ທ່ານຮອງປະທານາທິບໍດີ Mike Pence ໄດ້ຮັບບັດສະໜັບສະໜູນ 232 ບັດ.

        ພາຍຫຼັງສະພາຕ່ຳ ແລະ ສະພາສູງ ອາເມລິກາ ຢັ້ງຢືນໄຊຊະນະຂອງທ່ານ Joe Biden ຢ່າງເປັນທາງການ, ທ່ານ Donal Trump ປະທານາທິບໍດີ ຄົນປັດຈຸບັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ການມອບຮັບຈະດຳເນີນໄປຢ່າງສັນຕິພາບ ແລະ ເປັນລະບຽບຮຽບຮ້ອຍໃນວັນທີ 20 ມັງກອນ ຈະມາເຖິງ”.

ຟ້າມຮວັນ - ນັກຂ່າວ VOV ປະຈໍາ ວໍຊີງຕັນ

ຕອບກັບ

ຂ່າວ/ບົດ​ອື່ນ