(ພາບປະກອບ / TTXVN)
(vovworld) - ຜູ້ຕາງໜ້າສຳນັກງານຂ້າຫລວງໃຫຍ່ສະຫະປະຊາຊາດດ້ານອົບພະຍົບ (UNHCR) ຢູ່ເຂດຕາເວັນອອກ - ອາຟຣິກາຕາເວັນອອກສ່ຽງເໜືອ, ທ່ານນາງ Victoria Akyeampong ກ່າວເຕືອນວ່າ: ສະພາບການຊາວລີ້ໄພຢູ່ເຂດນີ້ ພວມຕົກຢູ່ໃນລະດັບເຕືອນໄພ. ວັນທີ 26/03, ກ່າວຄຳເຫັນທີ່ການຢ້ຽມຢາມສຳນັກງານປະຊາຄົມອາຟຣິກາຕາເວັນອອກ (EAC) ຢູ່ນະຄອນ Aarusha, ປະເທດ ຕັງຊານີ, ທ່ານນາງ Victoria Akyeampong ໃຫ້ຮູ້ວ່າ: ສະພາບການຊາວລີ້ໄພຢູ່ເຂດຕາເວັນອອກ - ອາຟຣິກາຕາເວັນອອກສ່ຽງເໜືອ ພວມຫຍຸ້ງຍາກທີ່ສຸດ ຍ້ອນຂາດສະບຽງອາຫານ ແລະ ບັນດາການປະທະກັນດ້ວຍອາວຸດ. ທ່ານນາງ Victoria Akyeampong ເນັ້ນໜັກເຖິງ ເລື່ອງສ້າງກົນໄກແກ້ໄຂວິກິດການດັ່ງກ່າວ. ການນຳ UNHCR ຢູ່ເຂດນີ້ ແລະ ເລຂາທິການໃຫຍ່ EAC ທ່ານ Liberat Mfumukeko ໄດ້ເຫັນດີເປັນເອກະພາບ ສ້າງຕັ້ງກຸ່ມສະເພາະກິດກ່ຽວກັບການກໍ່ສ້າງ ແລະ ຜັນຂະຫຍາຍກົນໄກຄຸ້ມຄອງຊາວລີ້ໄພຢູ່ເຂດນີ້.