ສະ​ພາບ​ການ​ຢູ່ ອາບ​ກາ​ນິດ​ສະ​ຖານ: ຕາ​ລີ​ບານ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທຳ​ອິດ ພາຍຫຼັງ​ທີ່​ຊີງ​ເອົາ​​ອຳ​ນາດການ​ປົກ​ຄອງ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປ່ຽນ​ແປງ​ໃໝ່

(VOVWORLD) -ທ່ານໂຄສົກຂະບວນການ ຕາລີບານ Zabihullah Mujahid ຢັ້ງຢືນວ່າ ສົງຄາມຢູ່ປະເທດນີ້ ໄດ້ສິ້ນສຸດລົງແລ້ວ, ກຳລັງ ອິດສະລາມນີ້ ພວມກຳອຳນາດຄວບຄຸມນະຄອນຫຼວງ Kabul ກໍຄື ຜືນແຜ່ນດິນທັງໝົດ ແລະ ບັນດາເສັ້ນຊາຍແດນຂອງ ອາບການິດສະຖານ, ພ້ອມທັງເນັ້ນໜັກວ່າ ໜ້າທີ່ສຳຄັນຂອງ ຕາລີບານ ໃນປັດຈຸບັນ ແມ່ນສ້າງສະພາບການເປັນປົກກະຕິ ແລະ ສ້າງຕັ້ງລັດຖະບານ.

ວັນທີ 17 ສິງຫາ, ຂະບວນການ ຕາລີບານ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວຄັ້ງທໍາອິດຢ່າງເປັນທາງການ ນັບແຕ່ເມື່ອຍາດຊີງອຳນາດການປົກຄອງ ຢູ່ ອາບການິດສະຖານ. ໃນກອງປະຊຸມຖະແຫຼງຂ່າວທີ່ດຳເນີນຢູ່ນະຄອນຫຼວງ  Kabul, ທ່ານໂຄສົກຂະບວນການ ຕາລີບານ Zabihullah Mujahid ຢັ້ງຢືນວ່າ ສົງຄາມຢູ່ປະເທດນີ້ ໄດ້ສິ້ນສຸດລົງແລ້ວ, ກຳລັງ ອິດສະລາມນີ້ ພວມກຳອຳນາດຄວບຄຸມນະຄອນຫຼວງ Kabul ກໍຄື ຜືນແຜ່ນດິນທັງໝົດ ແລະ ບັນດາເສັ້ນຊາຍແດນຂອງ ອາບການິດສະຖານ, ພ້ອມທັງເນັ້ນໜັກວ່າ ໜ້າທີ່ສຳຄັນຂອງ ຕາລີບານ ໃນປັດຈຸບັນ ແມ່ນສ້າງສະພາບການເປັນປົກກະຕິ ແລະ ສ້າງຕັ້ງລັດຖະບານ.

ສະ​ພາບ​ການ​ຢູ່ ອາບ​ກາ​ນິດ​ສະ​ຖານ: ຕາ​ລີ​ບານ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທຳ​ອິດ ພາຍຫຼັງ​ທີ່​ຊີງ​ເອົາ​​ອຳ​ນາດການ​ປົກ​ຄອງ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປ່ຽນ​ແປງ​ໃໝ່ - ảnh 1ທ່ານໂຄສົກຂະບວນການ ຕາລີບານ Zabihullah Mujahid ໃນກອງປະຊຸມຖະແຫຼງຂ່າວ (ພາບ: India Today)
ທ່ານ Mujahid ກໍໄດ້ຍົກອອກຫຼາຍຄຳໝັ້ນສັນຍາ ສຳລັບປະເທດ ອາບການິດສະຖານ ໃນອະນາຄົດ ພາຍໃຕ້ການຊີ້ນຳນຳພາຂອງ ຕາລີບານ, ພິເສດ ໃຫ້ຄຳໝັ້ນສັນຍາວ່າ ຈະເຄົາລົບສິດທິຂອງແມ່ຍິງ ທີ່ສອດຄ່ອງກັບກົດໝາຍຂອງອິດສະລາມ. ນອກຈາກນັ້ນ, ຕາລີບານ ກໍຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ທັງໝົດຂອງລັດຖະບານ ກັບຄືນສູ່ເຮັດວຽກເປັນປົກກະຕິ.

        ໄປຄຽງຄູ່ກັນນັ້ນ, ທ່ານໂຄສົກຂະບວນການ ຕາລີບານ ກໍຮັບປະກັນຕໍ່ປະຊາຄົມສາກົນວ່າ ຜືນແຜນດິນ ຂອງ ອາບການິດສະຖານ ຈະບໍ່ໄດ້ນໍາໃຊ້ເພື່ອຕ້ານຄືນບໍ່ວ່າຝ່າຍໃດ ແລະ ບໍ່ປະໃຫ້ປະເທດນີ້ກາຍເປັນບ່ອນຊຸກເຊື່ອງບັນດາອົງການກໍ່ການຮ້າຍ. ຕາລີບານ ມີຄວາມປາດຖະໜາຢາກສ້າງສາຍພົວພັນທີ່ມີສັນຕິພາບກັບບັນດາປະເທດ. ນະທີ່ນີ້, ທ່ານກໍຖະແຫຼງວ່າ ອາເມລິກາ ຕ້ອງຖອນພົນທະຫານອອກຈາກ ອາບການິດສະຖານ ກ່ອນວັນທີ 11 ກັນຍາ ແລະ ຢືນຢືນວ່າ ຂະບວນການນີ້ ບໍ່ມີເຈດຈຳນົງບຸກໂຈມຕີພົນທະຫານ ອາເມລິກາ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ວັນທີ 17 ສິງຫາ, ທຳນຽບຂາວ ໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ Joe Biden ຈະຫັກເງິນຈຳນວນ 500 ລ້ານ USD ຈາກກອງທຶນສຸກເສີນສະຫະລັດ ເພື່ອຊ່ວຍການຕັ້ງຖິ່ນຖານຄືນໃໝ່ໃຫ້ຊາວລີ້ໄພ ອາບການິດສະຖານ ນັບພັນຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ