ສະພາບການຢູ່ ແຫລມເກົາຫລີ ອາດບໍ່ສາມາດຄວບຄຸມໄດ້

ສະພາບການຢູ່ ແຫລມເກົາຫລີ ອາດບໍ່ສາມາດຄວບຄຸມໄດ້ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban ki moon
ພາບ:internet


(vovworld) -  ວັນ​ທີ 2/4,​ ທ່ານ​ເລຂາທິການ​ໃຫຍ່ ສປຊ Ban ki moon ​ໄດ້​ສ​ະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ຄວາມ​ເຄັ່ງ​ຕຶງ​ທີ່ນັບ​ມື້​ນັບ​ປີນ​ຂັ້ນ​ໄດ​ຢູ່​​ໃນ​​ແຫລມ​ເກົາຫລີ ​ແລະ ຖື​ວ່າ ສະພາບ​ການ​ຢູ່​ທີ່​ນີ້​ອາດ​ບໍ່​ສາມາດ​ຄວບ​ຄຸ​ມ​ໄດ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່ ອັງ​ໂດຣາ, ທ່ານ Ban ki moon ຖື​ວ່າ: ສະພາບ​​ໃນປະ​ຈຸ​ບັນ​ແມ່ນ​​ເຄັ່ງ​ຕຶງ​ທີ່​ສຸດ ​ແລະ ຮຽກຮ້ອງ​ບັນດາ​ຝ່າຍ​ຕ້ອງ​ລະງັບ​ໃຈ. ທ່ານ Ban ki moon ​​ເນັ້ນ​ຫນັກ​ວ່າ: ການ​ເຈລະຈາ ​ແລະ ​ໂອ້​ລົມ​ສົນທະນາ​ແມ່ນ​ເສ​ັ້ນທາງ​ຫນຶ່ງ​ດຽວ​ໃນ​ປະຈຸ​ບັນ ຊື່​ງບັນດາ​ຝ່າຍ​ຕ້ອງ​ມຸ່ງ​ໄປ​ເຖິງ ພ້ອມ​ທັງ​ຢືນຢັນ​ວ່າ ດ້ວຍ​ບົດບາດ​ແມ່ນ​ເລຂາທິການ​ໃຫຍ່ ສປຊ, ທ່ານ​ຈະ​ມານະ​ພະຍາຍາມ​ສະກັດ​ກັ້ນ​ສົງຄາມ ​ແລະ ​ດ້ວຍຈຸດປະສົງ​ເພື່ອສັນຕິພາບ. ​ໃນ​ຖະ​ແຫລ​ງການ​​ສົ່ງ​ເຖິງ ສປປ ​ເກົາຫລີ, ທ່ານ​ເລຂາທິການ​ໃຫຍ່ Ban ki moon ຮຽກຮ້ອງ​ໃຫ້​ພຽງ​ຢາງ​ ຫລີກ​ລ້ຽງ​ການ​ສູ້​ຢັນ​ກັບ​ປະຊາ​ຄົມ​ໂລກ ພາ​ຍຫລັງ​ຢືນຢັນ​ວ່າ: ບໍ່​ມີ​ປະ​ເທດ​ໃດ​ຢາກ​ບຸກ​ໂຈມ​ຕີ ສປປ ​ເກົາຫລີ ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ລະບົບ​ການ​ເມືອງ​ຫລື​ນະ​ໂຍບາຍ​ການ​ທູດ. ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ​ໃຫ້​ຄຳ​ໝັ້ນ​ໝາຍ ພ້ອມ​ແລ້ວ​ທີ່​ຈະຫນູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ເພື່ອ​ສະກັດ​ກັ້ນ​ສະພາບການທີ່​ນັບ​ມື້​ນັບ​ຊົ່ວ​ຮ້າຍລົງ.

 

ຂ່າວ/ບົດ​ອື່ນ