ສະພາບການລົງທຶນໂດຍກົງຂອງຕ່າງປະເທດ ຢູ່ຫວຽດນາມນັບແຕ່ຕົ້ນປີ ມາຮອດປະຈຸບັນ

ສະພາບການລົງທຶນໂດຍກົງຂອງຕ່າງປະເທດ ຢູ່ຫວຽດນາມນັບແຕ່ຕົ້ນປີ ມາຮອດປະຈຸບັນ - ảnh 1
(ພາບ : http://hn.24h.com.vn)

ນັບແຕ່​ຕົ້ນ​ປີ​ມາຮອດ​ປະຈຸ​ບັນ, ​​ໄດ້ມີ 52 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ມີ​ໂຄງກາ​ນລົງທຶນ​ຢູ່​ຫວຽດນາມ. ​ໃນ​ນັ້ນ, ຮົງ​ກົງ​ໄດ້​ນຳ​ໜ້າ ດ້ວຍ​ຍອ​ດເງິນ​ລົງທຶນ​ຈົດ​ທະບຽນ​ໃໝ່ ​ແລະ ​​ເພິ່ມຕື່ມ​ບັນລຸ​ກ່ວາ 3 ຕື້ ​ໂດ​ລາ​ສະຫະລັດ. ຍີ່​ປູ່​ນຢືນ​ອັນ​ດັບ​ທີ່ 2 ດ້ວຍ​ຍອດ​ເງິນ​ລົງທຶນ​ຈົດ​ທະບຽນ​ໃໝ່ ​ແລະ ​ເພິ່ມຕື່ມ​ບັນລຸ​ກ່ວາ 2 ຕື້ 100 ລ້ານ ​ໂດ​ລາ​ສະຫະລັດ, ສິງ​ກາ​ໂປ ຢືນ​ອັນ​ດັບ​ທີ່ 3 ດ້ວຍ​ຍອດ​​ເງິນ​ລົງທຶນ​ຈົດ​ທະບຽນ​ໃໝ່  ​ແລະ ​ເພິ່ມຕື່​ມ​ແມ່ນ​ເກືອບ 1 ຕື້ 600 ລ້ານ ​ໂດ​ລາ​ສະຫະລັດ. ບັນດາ​ເຂດ​ດຶງ​ດູດ​ແຫຼ່ງ​ເງິນ​ລົງທຶນ FDI ຫຼາຍ​ທີ່​ສຸດ​ແມ່ນ: ຫາຍ​ເຢືອງ, ນະຄອນ​ໂຮ່ຈີ​ມິນ, ຮ່າ​ໂນ້ຍ ​ແລະ ບ່າ​ເຣ້ຍ - ຫວູງ​ເຕົ່າ. ຕາມ​ທ່ານ ​ໂດ໊​ຍືດຮ່ວາງ, ຫົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ ຂຶ້ນ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ​້ວ, ​ໃນ​ສະພາວະ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫຼຸດຜ່ອນ​ການ​ລົງທຶນ​ແຫ່ງ​ລັດນັ້ນ, ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ແມ່ນ​ແຫຼ່ງກຳລັງ​ສຳຄັນ​ທີ່​ສຸດ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ຫວ່າງ​ແລ​້ວນີ້, ລັດຖະບານ​ໄດ້​ອອກ ຄຳ​ສັ່ງ​ເລກ​ທີ່ 1617 ກ່ຽວ​ກັບ​ການ​ເພິ່ມທະວີ​ການ​ປະຕິບັດ ​ແລ​ະ ປັບປຸງ​ວຽກ​ງານ​ຄຸ້ມ​ຄອງ​ລົງທຶນ​ໂດຍ​ກົງ​ຂອງຕ່າງປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, ​ໄດ້​ດັດ​ປັບບັນດາ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ລົງທຶນ, ​ແກ້​ໄຂ​ບັນດາ​ບັນຫາ ທີ່​ຮ້ອນ​ເຮັງ​ພວມ​ເປັນ​ສິ່ງ​ກີດຂວາງ​ເລື່ອງ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽ​ດນາມ. ພ້ອມ​ກັນ​ນັ້ນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ຍັງຈະ​ມີ​ບັນດາ​ມາດ​ຕະການ​ຕ່າງໆ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ໃນ​ວິວັດ​ການ​ລົງທຶນ ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ