ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 27 ເມສາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 510,6 ລ້ານຄົນ ແລະ ມີຜູ້ເສຍຊີວິດ 6,2 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ:  TTXVN

ຢູ່ອາຊີຕາເວັນອອກສ່ຽງໃຕ້, ລາວ ຄາດວ່າຈະເປີດປະຕູໃນຂອບເຂດທົ່ວປະເທດນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນໄປ. ສຳລັບລະບຽບການອະນຸຍາດໃຫ້ເຂົ້າເມືອງ ກໍຈະຄືກັນກັບກ່ອນໄລຍະເກີດໂລກລະບາດ ແລະ ຈະປະກອບເພີ່ມໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຄົບຕາມຈຳນວນ ແລະ ມີຜົນກວດເປັນລົບ ກ່ອນທີ່ຈະເຂົ້າເມືອງ ເພື່ອບໍ່ຕ້ອງປະຕິບັດການແຍກຕົວ.

    ສ່ວນຢູ່ ກຳປູເຈຍ ໄດ້ຕັດສິນໃຈຍົກເລີກຂໍ້ກຳນົດບັງຄັບໃຫ້ໃສ່ຜ້າອັດປາກ -ດັງຢູ່ສະຖານທີ່ສາທາລະນະ.

    ຢູ່ ມາເລເຊຍ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ  Khairy Jamaluddin ແຈ້ງໃຫ້ຊາບວ່າ ໄດ້ຜ່ອນຜັນບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນັບແຕ່ວັນທີ 27 ເມສາ ນີ້.

  ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 26 ເມສາ ຫາເວລາ 16 ໂມງຂອງວັນທີ 27 ເມສາ,  ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ 8.004 ຄົນ. ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 10.631.516 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9.163.132 ຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ