ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນໂລກ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງ 00 ນາທີ ຂອງວັນທີ 11 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີ ຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຈຳນວນ 51.790.321 ຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 1.280.000 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນໂລກ - ảnh 1ພາບປະກອບ: THX/ TTXVN 

ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ມີຜູ້ຕິດເຊື້ອເສຍຊີວິດແມ່ນ 245.785 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 10.557.763 ຄົນ. ຖັດຈາກນັ້ນແມ່ນອິນເດຍ, ບຣາຊິນ.

ໃນເຫດການທີ່ກ່ຽວຂ້ອງ, ບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງຫວຽດນາມໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 10 ພະຈິກ ຮອດເວລາ 6 ໂມງຂອງວັນທີ 11 ພະຈິກ, ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ. ດັ່ງນັ້ນ, ມາຮອດຕອນເຊົ້າຂອງວັນທີ 11 ພະຈິກ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1.226 ຄົນ. ໃນນັ້ນ ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 1.087 ຄົນ, ຜູ້ເສຍຊີວິດ 35 ຄົນ. ຫວຽດນາມກໍ່ຜ່ານ 70 ມືຕິດຕໍ່ກັນ ທີ່ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໃນຊຸມຊົນ.

        ແລະກໍ່ໃນວັນທີ 10 – 11 ພະຈິກ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ລັດເຊຍ, ກາຕາ ຈັດສົ່ງພົນລະເມືອງຫວຽດນາມກ່ວາ 300 ຄົນກັບຄືນປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ກາມແຣງ ແລະ ສະໜາມບິນສາກົນ ເຕິນເຊີນເຍິດ, ຜູ້ໂດຍສານໝົດທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ