ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຢູ່ເອີລົບ, ໂລກລະບາດສືບຕໍ່ແຜ່ລາມຢ່າງແຮງ, ຕາມນັ້ນແລ້ວ ອັງກິດ, ແອັດສປາຍ ແລະ ລັດເຊຍລ້ວນແຕ່ຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກນັບໝື່ນຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: EPA

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 2 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 103,9 ລ້ານຄົນ ໃນນັ້ນມີຜູ້ເສຍຊິວິດ 2.246.755 ຄົນ. ອາເມລິກາສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ - 19 ແມ່ນ 26,9 ລ້ານຄົນ ແລະ ຜູ້ເສຍຊີວິດ ແມ່ນ 454.048 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ…

        ຢູ່ເອີລົບ, ໂລກລະບາດສືບຕໍ່ແຜ່ລາມຢ່າງແຮງ, ຕາມນັ້ນແລ້ວ ອັງກິດ, ແອັດສປາຍ ແລະ ລັດເຊຍລ້ວນແຕ່ຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກນັບໝື່ນຄົນ.

        ສ່ວນຢູ່ຫວຽດນາມ ນັບແຕ່ເວລາ18 ໂມງຂອງວັນທີ 1 ກຸມພາ ຫາເວລາ 6 ໂມງຂອງວັນທີ 2 ກຸມພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກໜຶ່ງຄົນ ໃນຊຸມຊົນ. ດັ່ງນັ້ນ,ປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 1.851 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ