ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນ​ໂລກ

(VOVWORLD) -ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 612.238 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 5 ມິຖຸນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 173 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,72 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນຫຼາຍກ່ວາ 156 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 612.238 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ.

ສ່ວນຢູ່ ຫວຽດນາມ, ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 6 ໂມງ ຫາ ເວລາ 12 ໂມງຂອງວັນທີ 5 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 94 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 8.458 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 3.242 ຄົນ, ຜູ້ເສຍຊີວິດ 51 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ