ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ

(VOVWORLD) -ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກກ່ວາ 130.000 ຄົນ ແລະ ຜູ້ເສຍຊີວິດແມ່ນ 1305 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ - ảnh 1ພາບປະກອບ: Reuters

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 19 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 96 ລ້ານຄົນ ,ໃນນັ້ນມີຜູ້ເສຍຊີວິດ ກ່ວາ 2 ລ້ານຄົນ.

        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກກ່ວາ 130.000 ຄົນ ແລະ ຜູ້ເສຍຊີວິດແມ່ນ 1305 ຄົນ. ໄລ່ຮອດປັດຈຸບັນ, ອາເມລິກາມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 24,6 ລ້ານຄົນເຊິ່ງເປັນຕົວເລກ ສູງທີ່ສຸດໃນໂລກ, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ