ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ຢູ່ບຣາຊິນ, ກະຊວງສາທາລະນະສຸກ ປະເທດນີ້ ປະກາດວ່າ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ກາຍພັນ Omicron ທຳອິດໃນຊຸມຊົນຢູ່ລັດ Sao Paolo ຂອງປະເທດນີ້.



ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 12 ທັນວາ (ຕາມເວລາ UTC)ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 270 ລ້ານຄົນ. ໃນນັ້ນມີ ຜູ້ເສຍຊີວິດ ກ່ວາ 5,31 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 50,7 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 817.000 ຄົນ.

ຢູ່ບຣາຊິນ, ກະຊວງສາທາລະນະສຸກ ປະເທດນີ້ ປະກາດວ່າ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ກາຍພັນ Omicron ທຳອິດໃນຊຸມຊົນຢູ່ລັດ Sao Paolo ຂອງປະເທດນີ້.

ຢູ່ອິດສະລາແອັນ, ກະຊວງສາທາລະນະສຸກ ປະເທດນີ້ກໍ່ປະກາດກວດພົບຜູ້ຕິດເຊື້ອ ກາຍພັນ Omicron 55 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ