ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ແລະ ຫວຽດ​ນາມ

(VOVWORLD) -ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 24 ລ້ານ 4 ແສນຄົນ ແລະ ຜູ້ເສຍຊີວິດກ່ວາ 4ແສນຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ແລະ ຫວຽດ​ນາມ - ảnh 1ພາບປະກອບ: AFP/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 95 ລ້ານ 4 ແສນຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 2 ລ້ານຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 24 ລ້ານ 4 ແສນຄົນ ແລະ ຜູ້ເສຍຊີວິດກ່ວາ 4ແສນຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ.

ວັນທີ 18 ມັງກອນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 17 ມັງກອນ ຫາ 18 ໂມງຂອງວັນທີ 18 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 2 ຄົນຢູ່ຮ່າໂນ້ຍ ແລະ ດ່ານັ້ງ ທີ່ມາຈາກຕ່າງປະເທດ ແລະ ໄດ້ແຍກຕົວ ພາຍຫຼັງເຂົ້າເມືອງໂດຍທັນທີ. ສະນັ້ນ, ມາຮອດ ປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ1593 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ