ສະພາບນ້ຳຖ້ວມຢູ່ ເນປານ ເຮັດໃຫ້ກວ່າ 200 ຄົນເສຍຊີວິດ

(VOVWORLD) - ຕາມກະຊວງພາຍໃນ ເນປານ ແລ້ວ, ເຂດພັກອາໃສທີ່ນະຄອນຫຼວງ Kathmandu ຖືກນ້ຳຖ້ວມທັງໝົດ ພາຍຫຼັງເກີດຝົນຕົກໜັກແບບທີ່ບໍ່ເຄີຍມີມາກ່ອນ.
ສະພາບນ້ຳຖ້ວມຢູ່ ເນປານ ເຮັດໃຫ້ກວ່າ 200 ຄົນເສຍຊີວິດ - ảnh 1ອົງການ CARE Nepal ໃຫ້ຮູ້ວ່າ, ຄວາມຕ້ອງການຮີບດ່ວນໃນປະຈຸບັນແມ່ນນ້ຳປະປາ ແລະ ເຮືອນຢູ່ຊົ່ວຄາວ
(ພາບ: Reuters)

        ເນປານ ພວມຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຂອງສະພາບນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນກວ່າ 2 ທົດສະວັດຜ່ານມາ, ເຮັດໃຫ້ຢ່າງໜ້ອຍສຸດມີ 209 ຄົນເສຍຊີວິດ ແລະ 29 ຄົນຫາຍສາບສູນ.

        ຕາມກະຊວງພາຍໃນ ເນປານ ແລ້ວ, ເຂດພັກອາໃສທີ່ນະຄອນຫຼວງ Kathmandu ຖືກນ້ຳຖ້ວມທັງໝົດ ພາຍຫຼັງເກີດຝົນຕົກໜັກແບບທີ່ບໍ່ເຄີຍມີມາກ່ອນ. ຕຳຫຼວດໃຫ້ຮູ້ວ່າ, ມີ 35 ຄົນຖືກທັບຖົມຍ້ອນດິນເຊາະເຈືອນຢູ່ເສັ້ນທາງຄວາມໄວສູງທາງທິດໃຕ້ນະຄອນຫຼວງ. ບັນດາກອງກູ້ໄພກູ້ຊີບພວມມານະພະຍາຍາມຊອກຫາຜູ້ລອດຊີວິດ. ມີກວ່າ 4.000 ຄົນໄດ້ຮັບການກູ້ໄພກູ້ຊີບດ້ວຍເຮືອບິນເຮລີກອບເຕີ, ເຮືອ. ເຖິງຢ່າງໃດກໍ່ຕາມ, ຍັງມີຫຼາຍຄົນທີ່ຕິດຄ້າງຢູ່ບັນດາເສັ້ນທາງຄວາມໄວສູງຍ້ອນ ດິນ ແລະ ຫີນແຂວາງທາງ.

        ອົງການ CARE Nepal ໃຫ້ຮູ້ວ່າ, ຄວາມຕ້ອງການຮີບດ່ວນໃນປະຈຸບັນແມ່ນນ້ຳປະປາ ແລະ ເຮືອນຢູ່ຊົ່ວຄາວໃຫ້ແກ່ປະຊາຊົນຜູ້ຖືກຜົນສະທ້ອນ, ພິເສດແມ່ນບັນດາເຂດຕັ້ງຖິ່ນຖານຄົງທີ່ບໍ່ເປັນທາງການ. ນີ້ແມ່ນໄພພິບັດທຳມະຊາດຮ້າຍແຮງທີ່ສຸດຢູ່ ເນປານ ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ