ສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຍົກເພດານໜີ້ສາທາລະນະຊົ່ວຄາວ

(VOVWORLD) -ຮ່າງກົດໝາຍດັ່ງກ່າວໄດ້ຮັບການຮັບຮອງເອົາດ້ວຍບັດເຫັນດີ 50 ບັດ ແລະ ບັດຄ້ານ 48 ບັດ, ຕາມນັ້ນແລ້ວໄດ້ຍົກລະດັບເພດານໜີ້ສາທາລະນະ 28.400 ຕື້ USD ໃນປະຈຸບັນຂຶ້ນຕື່ມອີກ 480 ຕື້ USD.
ສະພາສູງ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຍົກເພດານໜີ້ສາທາລະນະຊົ່ວຄາວ - ảnh 1(ພາບປະກອບ: THX/TTXVN)

ຕອນເຊົ້າວັນທີ 08 ຕຸລາ (ຕາມເວລາ ຫວຽດນາມ), ສະພາສູງອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຍົກລະດັບເພດານໜີ້ສາທາລະນະຂອງລັດຖະບານສະຫະລັດຂຶ້ນຊົ່ວຄາວ ຜ່ານນັ້ນຫຼີກລ້ຽງຄວາມສ່ຽງຈາກການຜິດນັດໃຊ້ໜີ້ໃນທ້າຍເດືອນນີ້. ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກສະພາສູງຍັງປະໂອກາດຕັດສິນກ່ຽວກັບມາດຕະການໃນໄລຍະຍາວກວ່າຮອດຕົ້ນເດືອນ ທັນຍາ ຈະມາເຖິງ.

        ພາຍຫຼັງການໂຕ້ວາທີລະຫວ່າງບັນດາພັກມາໄດ້ຫຼາຍອາທິດ, ຮ່າງກົດໝາຍດັ່ງກ່າວໄດ້ຮັບການຮັບຮອງເອົາດ້ວຍບັດເຫັນດີ 50 ບັດ ແລະ ບັດຄ້ານ 48 ບັດ, ຕາມນັ້ນແລ້ວໄດ້ຍົກລະດັບເພດານໜີ້ສາທາລະນະ 28.400 ຕື້ USD ໃນປະຈຸບັນຂຶ້ນຕື່ມອີກ 480 ຕື້ USD. ຮ່າງກົດໝາຍຈະມີຜົນສັກສິດຮອດແຕ່ວັນທີ 03 ທັນວາ ນີ້ເທົ່ານັ້ນ. ສະນັ້ນ, ໃນຮອບເວລາ 8 ອາທິດຈະມາເຖິງ, ສະພາແຫ່ງຊາດຈະຕ້ອງແກ້ໄຂ 2 ສິ່ງທ້າທາຍໄປພ້ອມກັນ ນັ້ນແມ່ນ ທັງເຫັນດີຕໍ່ແຜນລາຍຈ່າຍພາກລັດ ຮອດເດືອນ ກັນຍາ 2022, ທັງຊອກຫາວິທີຫຼີກລ້ຽງຄວາມສ່ຽງຈາກການຜິດນັດໃຊ້ໜີ້.

ຕອບກັບ

ຂ່າວ/ບົດ​ອື່ນ