ສະ​ພາ​ສູງ ອ​າ​ເມລິ​ກາ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັບ​ມື​ກັບ​ການ​ແກ້ງ​ແຍ້ງ​ຂອງ ຈີນ

(VOVWORLD) - ສະພາສູງ ອາເມລິກາ ວັນທີ 08 ມິຖຸນາ ໄດ້ຮັບຮອງເອົາຮ່າງກົດໝາຍທີ່ມີຊື່ວ່າ ກົດໝາຍວ່າດ້ວຍການແກ້ງແຍ້ງ ແລະ ປະດິດຄິດສ້າງ ອາເມລິກາ ເພື່ອແນໃສ່ຮັບມືກັບກຳລັງແຮງເສດຖະກິດ ແລະ ການທະຫານທີ່ນັບມື້ນັບເພີ່ມຂຶ້ນຂອງຈີນ.

ຮ່າງກົດໝາຍສະບັບດັ່ງກ່າວ ອະນຸຍາດໃຫ້ເບີກຈ່າຍເງິນປະມານ 190 ຕື້ USD ໃຫ້ບັນດາການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີການພັດທະນາເຕັກໂນໂລຢີ ແລະ ວຽກງານຄົ້ນຄວ້າຂອງ ອາເມລິກາ, ພ້ອມທັງຈະອະນຸມັດຜ່ານບ້ວງເງິນປະມານ 50 ຕື້ USD ເພື່ອໃຫ້ ອາເມລິກາ ຮັບໃຊ້ສະເພາະການເພີ່ມທະວີການຜະລິດ ແລະ ຄົ້ນຄວ້າທາດເຄິ່ງຊັກນຳໄຟຟ້າ ແລະ ອຸປະກອນໂທລະຄົມມະນາຄົມ, ໃນນັ້ນ ລວມມີ 2 ຕື້ USD ໃຊ້ຈ່າຍແກ່ການພັດທະນາ chip  ຊະນິດຕ່າງໆທີ່ນຳໃຊ້ໃນຂະແໜງຜະລິດລົດໂອໂຕ.

ບໍ່ພຽງແຕ່ໃນຂົງເຂດເຕັກໂນໂລຢີເທົ່ານັ້ນ, ຮ່າງກົດໝາຍສະບັບດັ່ງກ່າວ ຍັງມີບັນດາເນື້ອໃນແນໃສ່ສະກັດກັ້ນຜົນສະທ້ອນທີ່ນັບມື້ນັບໃຫຍ່ຂຶ້ນຂອງ ຈີນ ໃນທົ່ວໂລກ ຜ່ານຊ່ອງທາງການທູດ.

ຮ່າງກົດໝາຍສະບັບດັ່ງກ່າວ ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາຕ່ຳ ກ່ອນທີ່ຍື່ນສະເໜີຕໍ່ປະທານາທິບໍດີ Joe Biden ເຊັນປະກາດໃຊ້.

ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ