ສະພາສູງ ອາເມລິກາ ໃຫ້ສັດຕະຍາບັນແກ່ທ່ານ Jack Lew

ສະພາສູງ ອາເມລິກາ ໃຫ້ສັດຕະຍາບັນແກ່ທ່ານ Jack Lew  - ảnh 1
ທ່ານ Jack Lew
ພາບ:internet


(vovworld) -  ວັນ​ທີ 28/2, ທ່ານ Jack Lew  ​ໄດ້​ສາບານ​ຕົວ​ດຳລົງ​ຕຳ​ແຫ່ນ​ງ ລັດຖະມົນຕີ​ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ. ວັນ​ທີ 27/2, ດ້ວຍ​ບັດ​ເຫັນ​ດີ 71 ບັດ ​ແລະ ບັດ​ຄ້ານ 26 ບັດ, ສະພາ​ສູງ ອາ​ເມ​ລິ​ກາ ​ໃຫ້​ສັດຕະຍາບັນ​ແຕ່ງ​ຕັ້ງທ່າ​ນ Jack Lew ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ປະ​ເທດ​ນີ້​ໃນ​ອາຍຸ​ການ​ທີ 2 ຂອງ​ປະທານາທິບໍດີ Barack Obama. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ ພາຍຫລັງຂໍ້​ຕົກລົງ​ທີ່​ຖືກ​ຍົກ​ອອກ​ມາ, ປະທານາທິບໍດີ Obama ​ໄດ້​ຕີ​ລາຄາ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ທ່ານ Lew ພ້ອມ​ທັງ​ຢືນຢັນ​ວ່າ: ລັດຖະມົນຕີ​ກະຊວງ​ການ​ເງິນ​ຄົນ​ໃຫມ່​ນີ້ ຈະ​ຮ່ວມ​ມື​ກັບ​ບັນດາ​ສະມາຊິກ​ຂອງ​ສອງ​ພັກ ​ເພື່ອ​ນຳ​ມາ​ເຊິ່ງຊີວິດ​ອັນ​ດີງາມ​ກວ່າ​ໃຫ້​ແກ່​ປະຊາຊົນ​ອາ​ເມ​ລິ​ກາ. ດ້ວຍ​ຖານະ​ຕຳ​ແຫນ່​ງ​ໃຫມ່​ນີ້, ທ່ານ Jack Lew ຈະ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ຊຶ່ງ​ປະ​ເທດ​ນີ້ ພວມ​ປະ​ເຊີນ​ຫນ້າ. ທ່ານ Jack Lew ອາຍຸ 57 ປີ, ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຜູ້​ຊ່ຽວຊານ​ດ້ານ​ການ​ເງິນ ​ແລະ ນ​ະ​ໂຍບາຍ. ທ່ານ​ Jack Lew ມີ​ໄລຍະ​ເວລາ​ດຳລົງ​ຕຳ​ແຫນ່​ງ​ເປັນ​ຫົວຫນ້າ​ຫ້ອງການ​ບໍລິຫານ ​ແລະ ງົບປະມານ​ຂອງ​ທຳນຽບຂາວ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລີ​ກາ, ຫົວຫນ້າ​​ຫ້ອງ​ວ່າການ​ທຳນຽບຂາວ.

ຂ່າວ/ບົດ​ອື່ນ