ສະພາສູງຟີລິບປິນມີຄວາມວິຕົກກັງວົນກ່ຽວກັບກົດໝາຍວ່າດ້ວຍຕຳຫຼວດທະເລຈີນ

(VOVWORLD) -ວັນທີ 05 ກຸມພາ, ສະພາສູງຟີລິບປິນ ໄດ້ຈັດວາລະອະພິປາຍກ່ຽວກັບກົດໝາຍວ່າດ້ວຍຕຳຫຼວດທະເລ ສະບັບໃໝ່ຂອງຈີນ ແລະ ບັນດາຄວາມເສຍຫາຍຍ້ອນກ່ຳປັ່ນຂອງຈີນ ກໍ່ຂຶ້ນຢູ່ທະເລຕາເວັນອອກ.
ສະພາສູງຟີລິບປິນມີຄວາມວິຕົກກັງວົນກ່ຽວກັບກົດໝາຍວ່າດ້ວຍຕຳຫຼວດທະເລຈີນ - ảnh 1ສະພາສູງຟີລິບປິນ
(ພາບ: Manila Buletin)

ທີ່ກອງປະຊຸມ, ທ່ານສະມາຊິກລັດຖະສະພາສູງ Francis Tolentino ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບກົດໝາຍວ່າດ້ວຍຕຳຫຼວດທະເລ ສະບັບໃໝ່ຂອງຈີນ ທີ່ອະນຸຍາດໃຫ້ຕຳຫຼວດທະເລນຳໃຊ້ອາວຸດເພື່ອຕ້ານຄືນກ່ຳປັ່ນຕ່າງປະເທດໃນເຂດເຊິ່ງຈີນ ເອີ້ນວ່າເຂດທະເລຂຶ້ນກັບສິດອຳນາດສານຂອງຈີນ. ກົດໝາຍສະບັບນີ້ກໍ່ອະນຸດຍາດໃຫ້ບັນດາສະມາຊິກຂອງກຳລັງປົກປ້ອງຝັ່ງທະເລທຳລາຍບັນດາກິດຈະກຳໂດຍຕ່າງປະເທດກໍ່ສ້າງຢູ່ເຂດຫີນໃຕ້ນ້ຳ ເຊິ່ງປັກກິງ ຖະແຫຼງມີອະທິປະໄຕຢູ່ທະເລຕາເວັນອອກ ສ່ວນຫຼາຍ ແລະ ກວດກາບັນດາກ່ຳປັ່ນຕ່າງປະເທດເຂົ້າເຂດທະເລນີ້.

        ທີ່ກອງປະຊຸມ, ກຳມາທິການສະພາສູງຟິລີບປິນ ກໍ່ປຶກສາຫາລືກ່ຽວກັບມະຕິເລກທີ 369 ຂອງສະພາສູງ, ໃນນັ້ນຮຽກຮ້ອງໃຫ້ບັນດາອົງການປະຕິບັດກົດໝາຍກໍ່ຄວາມດັ່ນດ້ານນິຕິກຳ ແລະ ການທູດຕໍ່ລັດຖະບານຈີນ ເພື່ອຢຸດຕິທຸກການເຄື່ອນໄຫວທຳລາຍຊີວະພາບຢູ່ເຂດທະເລທາງທິດຕາເວັນຕົກຟິລິບປິນ ແລະ ຈ່າຍຄ່າຊົດເຊີຍກ່ຽວກັບບັນດາຄວາມເສຍຫາຍທີ່ກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ