ສະພາສູງລັດເຊຍຕີລາຄາເລື່ອງຫວຽດນາມຕັ້ງໜ້າກະກຽມຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ132
Diep Anh, ນັກຂ່າວVOVປະຈຳມົດສກູ -  
ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແທງເຊີນ ຕ້ອນຮັບທ່ານ Andray Klimov, ຮອງປະທານກຳມາທິການການຕ່າງປະເທດຂອງສະພາສະຫະພັນ ລັດເຊຍ
|
(vovworld) – ວັນທີ 4/3, ຢູ່ມົດສກູ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ຫງວຽນແທງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Andray Klimov, ຮອງປະທານກຳມາທິການການຕ່າງປະເທດຂອງສະພາສູງລັດເຊຍ, ພ້ອມທັງແມ່ນສະມາຊິກຄະນະປະທານ, ຫົວໜ້າຄະນະພົວພັນຕ່າງປະເທດພັກແຫ່ງລັດເຊຍເອກະພາບ. 2 ຝ່າຍໄດ້ແລກປ່ຽນບັນດາວຽກງານທີ່ລະອຽດໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ 2 ພັກກຳອຳນາດ, 2 ສະພາແຫ່ງຊາດ ແລະ ລະຫວ່າງ 2 ປະເທດ ໃຫ້ດີຍິ່ງກ່ວາອີກ. ທ່ານ Klimov ຕີລາຄາສູງການພົວພັນລະຫວ່າງ ລັດເຊຍ-ຫວຽດນາມ ດ້ວຍມູນເຊື້ອປະຫວັດສາດອັນດີງາມ. ທ່ານ Klimov ກໍ່ໄດ້ເຕື້ອງເຖິງບັນດາແງ່ຫວັງໃໝ່ພວມປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ ແລະ ເນັ້ນໜັກວ່າ:
ພວກຂ້າພະເຈົ້າພວມລໍຖ້າການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານພັກແຫ່ງລັດເຊຍເອກະພາບ ແລະ ກໍ່ແມ່ນທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ Dmitri Metvedev . ການຢ້ຽມຢາມຄັ້ງນີ້ຈະມີບັນດາເນື້ອໃນສຳຄັນທີ່ໄດ້ຮັບການປຶກສາຫາລື ລະຫວ່າງ 2 ຝ່າຍ ເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍອັນດີງາມ ລະຫວ່າງ 2 ປະເທດພວກເຮົາໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ Klimov ກໍ່ຕີລາຄາສູງເລື່ອງ ຫວຽດນາມ ພວມຕັ້ງໜ້າກະກຽມຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ 132 ແລະ ຢືນຢັນວ່າ ຍາມໃດ ລັດເຊຍ ກໍ່ພ້ອມແລ້ວຈະໃຫ້ການສະໜັບສະໜູນຊ່ວຍເຫຼືອ ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ 132 ເປັນຢ່າງດີ.
Diep Anh, ນັກຂ່າວVOVປະຈຳມົດສກູ