ສະພາສູງອາເມລິກາຮັບຮອງເອົາມະຕິຍົກເລີກໂຄງການຕິດຕາມກວດກາປາໜັງສຳລັບຫວຽດນາມ
(ພາບປະກອບ)
(vovworld) - ດ້ວຍ 55 ບັດສະໜັບສະໜູນ ແລະ 43 ບັດຄັດຄ້ານ, ວັນທີ 25/05, ສະພາສູງ ອາເມລິກາ ຮັບຮອງເອົາມະຕິຍົກເລີກໂຄງການຕິດຕາມກວດກາປາໜັງຂອງກະຊວງກະສິກຳ ອາເມລິກາ (USDA) ທີ່ໄດ້ປະກາດແຕ່ທ້າຍປີ 2015. ທີ່ການປ່ອນບັດ, ບັນດາສະມາຊິກສະພາສູງ ອາເມລິກາ ສະໜັບສະໜູນມະຕິ ຊີ້ແຈ້ງລັກສະນະຊັບຊ້ອນ, ຟຸມເຟືອຍ, ບໍ່ຈຳເປັນ ແລະ ປົກປ້ອງການດ້ານຄ້າຂອງໂຄງການຕິດຕາມກວດກາດັ່ງກ່າວ, ເນັ້ນໜັກເຖິງໄພຈະເກີດການຂັດແຍ້ງ ກັນຢູ່ອົງການການຄ້າໂລກ (WTO) ແລະ ຜົນຮ້າຍຢ້ອນຫລັງແມ່ນບັນດາມາດຕະການໂຕ້ຕອບຂອງບັນດາປະເທດທີ່ເລັ່ງໃສ່ການສົ່ງອອກຜະລິດຕະພັນກະເສດຂອງ ອາເມລິກາ. ທ່ານ John McCain ສະມາຊິກສະພາສູງ ໄດ້ກ່າວຫາໂຄງການຕິດຕາມກວດກາປາໜັງຂອງ USDA ວ່າແມ່ນຄວາມມານະພະຍາຍາມປອມຕົວ ເພື່ອແນໃສ່ປົກປ້ອງບັນດາບໍລິສັດປາໜັງຢູ່ທາງພາກໃຕ້ ອາເມລິກາ ໃນການແກ່ງແຍ້ງກັບບັນດາບໍລິສັດນຳເຂົ້າ ຫວຽດນາມ. ເພື່ອມີຜົນສັກສິດ ມະຕິນີ້ຍັງຕ້ອງໄດ້ຮັບການຮັບຮອງເອົາຈາກສະພາຕ່ຳ ອາເມລິກາ ດ້ວຍຈຳນວນບັດສະໜັບສະໜູນກ່ວາ 50% ແລະ ປະທານາທິບໍດີ ອາເມລິກາ Barack Obama ລົງນາມເປັນກົດໝາຍ