ສະພາສິດທິມະນຸດສະຫະປະຊາຊາດຊຸກຍູ້ບັນດາສິດທິມະນຸດ

(VOVWORLD) -ວັນທີ 23 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດທີ່ເຊີແນວ, ປະເທດສະວິດ, ໄດ້ອັດກອງປະຊຸມຄັ້ງທີ 43 ສະພາສິດທິມະນຸດສະຫະປະຊາຊາດ ພ້ອມກັບບັນດາກອງປະຊຸມຄົບຄະນະທັງຮູບການໂດຍກົງ ແລະ ອອນລາຍ.       

ສະພາສິດທິມະນຸດສະຫະປະຊາຊາດຊຸກຍູ້ບັນດາສິດທິມະນຸດ - ảnh 1 ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມທີ່ໄດ້ຈັດຂຶ້ນຜ່ານມາ

(ພາບຈາກຄະນະຜູ້ແທນຫວຽດນາມ)

ພາຍຫຼັງບັນດາວາລະປຶກສາຫາລື, ກອງປະຊຸມໄດ້ຮັບຮອງເອົາມະຕິ 39 ສະບັບ, ຂໍ້ຕົກລົງ 17 ສະບັບ ແລະ ຖະແຫຼງການປະທານກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ສຳລັບສິດທິມະນຸດ. ພິເສດ, ໃນສະພາບເກີດມີບັນດາການແຫ່ຂະບວນປະທ້ວງຂະໜາດໃຫຍ່ຖືກດຳເນີນຢູ່ຫຼາຍປະເທດໃນໂລກ ເພື່ອຄັດຄ້ານການຈຳແນກການປະພຶດເຊື້ອຊາດຜິວພັນ ແລະ ການໃຊ້ຄວາມຮຸນແຮງເກີນໄປຂອງຕຳຫຼວດສຳລັບຄົນຜິວດຳ. ພາຍຫຼັງວາລະປຶກສາຫາລືດ່ວນກ່ຽວກັບບັນຫານີ້, ສະພາສິດທິມະນຸດໄດ້ຮັບຮອງເອົາມະຕິວ່າດ້ວຍການປົກປ້ອງສິດທິມະນຸດຂອງຊາວອາຟະລິກາ ແລະ ເຊື້ອຊາດອາຟະລິກາ ຕ້ານເລື່ອງຕຳຫຼວດໃຊ້ຄວາມຮຸນແຮງເກີນໄປ ແລະ ລະເມີດສິດທິມະນຸດ.

ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມທີ່ໄດ້ຈັດຂຶ້ນຜ່ານມາ ແລະ ມີບັນດາການເຮັດວຽກ, ແລກປ່ຽນ 2 ຝ່າຍຢູ່ທີ່ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ