ສະ​ພາ​ສັນ​ຕິ​ພາບ​ໂລກ ຕີ​ລາ​ຄາ​ສູງ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ

(VOVWORLD) - ຫວຽດນາມ ຍາມໃດກໍຖືສິດທິມະນຸດ ແລະ ການປົກປ້ອງສິດທິມະນຸດ ເປັນສຳຄັນ, ກ່ອນອື່ນໝົດແມ່ນສິດມີຊີວິດໃນສັນຕິພາບ, ສິດໄດ້ຊົມໃຊ້ສະຫວັດດີການສັງຄົມ, ສິດມີຊີວິດຢ່າງອີ່ມໜຳສຳລານສົມບູນພູນສຸກ, ສິດໄດ້ປົວແປງເງື່ອນໄຂດຳລົງຊີວິດໃນແຕ່ລະມື້.
ສະ​ພາ​ສັນ​ຕິ​ພາບ​ໂລກ ຕີ​ລາ​ຄາ​ສູງ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການ​ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ທິ​ມະ​ນຸດ - ảnh 1ທ່ານເລຂາຜູ້ປະຈຳການສະພາສັນຕິພາບໂລກ (WPC) Iraklis Tsavdaridis (ພາບ: TTXVN)

ຢູ່ນອກກອງປະຊຸມຄັ້ງທີ 57 ຂອງສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ປະເທດສະວິດ, ວັນທີ 29 ກັນຍາ, ທ່ານເລຂາຜູ້ປະຈຳການສະພາສັນຕິພາບໂລກ (WPC) Iraklis Tsavdaridis ຕີລາຄາວ່າ ຫວຽດນາມ ຍາມໃດກໍຖືສິດທິມະນຸດ ແລະ ການປົກປ້ອງສິດທິມະນຸດ ເປັນສຳຄັນ, ກ່ອນອື່ນໝົດແມ່ນສິດມີຊີວິດໃນສັນຕິພາບ, ສິດໄດ້ຊົມໃຊ້ສະຫວັດດີການສັງຄົມ, ສິດມີຊີວິດຢ່າງອີ່ມໜຳສຳລານສົມບູນພູນສຸກ, ສິດໄດ້ປົວແປງເງື່ອນໄຂດຳລົງຊີວິດໃນແຕ່ລະມື້. ສິ່ງດັ່ງກ່າວສາມາດເຫັນໄດ້ຢ່າງຈະແຈ້ງຜ່ານເລື່ອງ ຫວຽດນາມ ຍູ້ຖອຍສະພາບອຶດຫິວທຸກຍາກທີ່ສຸດໃນອະດີດ. ຕາມທ່ານ Tsavdaridi ແລ້ວ, ນັ້ນແມ່ນຜົນງານອັນຍິ່ງໃຫຍ່ໃນສຳເນົາເອກະສານສິດທິມະນຸດຂອງ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍພວມປັບປຸງລຳດັບຕາມບັນດາມາດຕະຖານສາກົນຢ່າງໄວວາ. ທ່ານຍັງເນັ້ນໜັກຕື່ມອີກວ່າ ສະພາສັນຕິພາບໂລກ ຍາມໃດກໍສະໜັບສະໜູນສິດທິຂອງປະຊາຊົນ ຫວຽດນາມ ທີ່ໄດ້ເລືອກເສັ້ນທາງພັດທະນາ; ຢັ້ງຢືນເລື່ອງສະພາສັນຕິພາບໂລກ ເຂົ້າຮ່ວມກອງປະຊຸມ ຮັບຮອງເອົາຜົນການສຳຫຼວດກວດຄືນປະຈຳໄລຍະ ຮອບວຽນທີ IV ສຳລັບ ຫວຽດນາມ ແມ່ນເພື່ອແນໃສ່ສະແດງຄວາມສາມັກຄີກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ