ທ່ານ Danh Ut ສ.ສ.ຊ ແຂວງ ກຽນຢາງ (ພາບ: quochoi)
|
(vovworld)- ໃນມື້ເຮັດວຽກທີ່ 9 ຂອງກອງປະຊຸມສະໄໝສາມັນເທື່ອທີ່ 4 ສະພາແຫ່ງຊາດຫວຽດນາມຊຸດທີ່ 13, ຕອນບ່າຍວັນທີ 31/10, ສະພາແຫ່ງຊາດໄດ້ ປຶກສາຫາລືສະພາບການປະຕິບັດແຜນງົບປະມານແຫ່ງລັດປີ 2012; ແຜນງົບປະມານແຫ່ງລັດ ແລະ ວິທີການຈັດແບ່ງງົບປະມານສູນກາງປີ 2013. ໃນປີ 2012, ຄາດຄະເນວ່າ ລາຍຮັບງົບປະມານໄດ້ບັນລຸຕາມຄາດໝາຍ, ຮັບປະກັນບັນດາໜ້າທີ່ລາຍຈາຍ ແລະ ຮັກສາລະດັບລາຍຈາຍເກີນດູນ 4,8% GDP (ເທົ່າກັບ 162.000 ຕື້ດົ ງ) ສາມາດບັນລຸຕາມຄາດໝາຍທີ່ ສະພາແຫ່ງຊາດໄດ້ວາງອອກ. ລາຍຈາຍປະມານແຫ່ງລັດປີ 2013 ຄາດຄະເນວ່າຈະເທົ່າກັບປີ 2012. ບັນດາຄຳຄິດເຫັນລ້ວນແຕ່ຖືວ່າ ໃນເງື່ອນໄຂເສດຖະກິດປະສົບຄວາມຫຍຸ້ງຍາກ, ຈຳເປັນຕ້ອງໃຊ້ຈາຍແບບປະຢັດ, ຫຼຸດຜ່ອນລາຍຈາຍສ່ວນລວມ. ທ່ານ Danh Ut ສ.ສ.ຊ ແຂວງ ກຽນຢາງ ມີຄຳເຫັນດັ່ງນີ້ :
“ ຂ້າພະເຈົ້າເຫັນດີຕໍ່ 16 ໂຄງການຈຸດໝາຍແຫ່ງຊາດ. ລັດຖະບານໄດ້ ກ້າຫານຫຼຸດຜ່ອນ 13 ໂຄງການປະສົມ ດ້ວຍຍອດເງິນລົງທຶນ 1.500 ຕື້ດົງເພື່ອລົງທຶນໃຫ້ແກ່ບັນດາຕາແສງທຸກຍາກ, ເມືອງທຸກຈົນເປັນພິເສດ. ຄວນເພີ່ມເງິນລົງທຶນ ແລະ ຫຼຸດຜ່ອນລາຍຈາຍສຳລັບຂົງເຂດບໍລິຫານ, ພາລະກິດ ”
ກ່ອນໜ້ານັ້ນ ຄືໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2012, ແຜນການພັດທະນາເສດຖະກິດ -ສັງຄົມປີ 2013. ບັນດາຄຳຄິດຄຳເຫັນຍັງຄົງເນັ້ນໜັກເຖິງບັນດາໜ້າທີ່ອັນດັບໜຶ່ງໃນປະຈຸບັນຄື : ສືບຕໍ່ຄວບຄຸມໄພເງິນເຟີ້, ສ້າງເສດຖະກິດມະຫາພາກເປັນປົກກະຕິ ແລະ ຮັບປະກັນຊີວິດສັງຄົມ. ບັນດາ ສ.ສ.ຊ ສະເໜີໃຫ້ລັດຖະບານໃຫ້ບຸລິມະສິດເປັນພິເສດເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ; ເພີ່ມທະວີການລົງທຶນຫຼາຍກ່ວາອີກໃຫ້ແກ່ຂົງເຂດກະສິກຳ, ການສຶກສາ. ທ່ານນາງ Mai Thi Anh Tuyet ສ.ສ.ຊ ແຂວງ
ອານຢາງ ມີຄຳເຫັນວ່າ :
“ ລັດຖະບານຕ້ອງປະຕິບັດບັນດາມາດຕະການແກ້ໄຂຢ່າງຄົບຊຸດ, ໃນນັ້ນໃຫ້ບຸລິມະສິດໜູນຊ່ວຍຂົງເຂດການຜະລິດ ແລະ ສຸມໃສ່ແກ້ໄຂສິນຄ້າຄ້າງສາງ ແລະ ຂຸດຄົ້ນຕະຫຼາດເປັນຢ່າງດີ. ບັນດາທະນາຄານຕ້ອງຖືການຊ່ວຍກູ້ວິສາຫະກິດຄືດັ່ງຊ່ວຍກູ້ຕົນເອງ. ທະນາຄານພິຈາລະນາສືບຕໍ່ລ້ອມໜີ້ສິນ, ສືບຕໍ່ໃຫ້ກູ້ຢືມ, ຫຼຸດອັດຕາດອກເບ້ຍລົງ 11%. ເພື່ອຍົກສູງປະສິດທິຜົນຂອງພື້ນຖານກະສິກຳ, ການລົງທຶນ ແລະ ພັດທະນາເຕັດໂນໂລຢີສູງ ແມ່ນໜ້າທີ່ຈຳເປັນຕ້ອງຍູ້ແຮງໃນຊຸມປີຕໍ່ໆໄປ. ລັດຖະບານຄວນພິຈາລະນາໃຫ້ສ້າງຮູບແບບວິສາຫະກິດລົງທຶນນຳໃຊ້ເຕັກໂນໂລຢີສູງໃນຂົງເຂດກະສິກຳ, ຈາກນັ້ນເພື່ອສະຫຼຸບ ແລະ ທະວີຄູນໃຫ້ກ້ວາງຂວາງ ”
ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ບາງສະມາຊິກລັດຖະບານໄດ້ອະພິປາຍ ແລະ ໃຫ້ຄຳຕອບກ່ຽວກັບບັນດາບັນຫາທີ່ສ.ສ.ຊ ແລະ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໃຫ້ຄຳຕອບກ່ຽວກັບໂຄງການເຂື່ອນໄຟຟ້ານ້ຳຕົກ ຊົງແຈງ 2 ຢູ່ແຂວງກວາງນາມ.
ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໃຫ້ຮູ້ວ່າ :
“ ໃນໄລຍະທີ່ຜ່ານມາ, ບັນດາກະຊວງ ກໍຄືຄະນະກຳມະການປະຊາຊົນແຂວງກວາງນາມໄດ້ຊີ້ນຳປະຊາຊົນກ່ຽວກັບບັນດາວິທີການຮັບມືເມື່ອເກີດເຫດແຜ່ນດິນໄຫວ ແລະ ຮັບປະກັນໃຫ້ປະຊາຊົນມີຄວາມທຸ່ມທຽງ, ບໍ່ປະໝາດ ແຕ່ກໍບໍ່ຕົກສະທ້ານຢ້ານກົວ. ມີບັນດາວິທີການຟຶກຊ້ອມຮັບມືເມື່ອເກີດເຫດເຂື່ອນແຕກໃນກໍລະນີຂີ້ຮ້າຍທີ່ສຸດເກີດຂຶ້ນ. ລັດຖະບານຈະສືບຕໍ່ຊີ້ນຳບັນດາກະຊວງຂະແໜງການຕິດຕາມເພື່ອຕີລາຄາກໍຄືມີບັນດາມາດຕະການແກ້ໄຂທີ່ເໝາະສົມເພື່ອຮັບປະກັນຄວາມປອດໄພໃຫ້ແກ່ໂຄງການນີ້ ”