ສະພາແຫ່ງຊາດ ຫວຽດນາມ ຊ່ວຍເຫຼືອ ປະຊາຊົນກຳປູເຈຍ ເຂົ້າສານເກືອບ 1.000 ໂຕນ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ໂງແອງຢູ້ງ ຕາງໜ້າໃຫ້ສະພາແຫ່ງຊາດມອບເຂົາສານໃຫ້ປະຊາຊົນ ກຳປູເຈຍ
(vovworld) - ຕອນເຊົ້າວັນທີ 6/11, ຢູ່ສຳນັກງານສະພາແຫ່ງຊາດ ກຳປູເຈຍ, ທີ່ນະຄອນຫຼວງ ພະນົມເປັນ ໄດ້ດຳເນີນພິທີຮັບເຂົ້າສານ 1.000 ໂຕນ, ເຊິ່ງແມ່ນຂອງຂວັນຂອງສະພາແຫ່ງຊາດ ຫວຽດນາມ ທີ່ຊ່ວຍປະຊາຊົນ ກຳປູເຈຍ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມທີ່ຮ້າຍແຮງຜ່ານມາ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ໂງແອງຢູ້ງ ໄດ້ຕາງໜ້າສະພາແຫ່ງຊາດມອບເຂົາສານໃຫ້ຜູ້ຕາງໜ້າບັນດາທ້ອງຖິ່ນຖືກນ້ຳຖ້ວມ ຂອງກຳປູເຈຍ. ທ່ານ ເອກອັກຄະລັດຖະທູດ ໂງແອງຢູ້ງ ກໍ່ໄດ້ຝາກຄຳແບ່ງເບົ່າຄວາມໂສກເສົ້າ ແລະ ປຸກລະດົມກຳລັງໃຈຢ່າງເລິກເຊິ່ງທີ່ສຸດຂອງສະພາແຫ່ງຊາດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ມາຍັງປະຊາຊົນ ກຳປູເຈຍ ພາຍຫຼັງບັນດາການເສຍຫາຍອັນໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນຍ້ອນພາຍຸນ້ຳຖ້ວມແຕ່ຕົ້ນປີມາຮອດປະຈຸບັນ. ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin ໃຫ້ຮູ້ວ່າ: ຂອງຂວັນນີ້ແມ່ນພະຍານຫຼັກຖານແຫ່ງນ້ຳໃຈສາມັກຄີເຊິ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ ກຳປູເຈຍ. ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin ໃຫ້ຮູ້ວ່າ:
“ຈຳນວນເຂົ້າສານທີ່ຫວຽດນາມ ຊ່ວຍເຫຼືອໃນຈຸດເວລານີ້ແມ່ນທັນການທີ່ສຸດ, ຍ້ອນວ່າ ປະຊາຊົນ ກຳປູເຈຍ ພວກເຮົາພວມມີຄວາມຕ້ອງການທີ່ສຸດເພື່ອຟື້ນຟູຈຳນວນທັນຍາຫານຖືກເສຍຫາຍ. ການຊ່ວຍເຫຼືອນີ້ແມ່ນລ້ຳຄ້າທີ່ສຸດ, ສະແດງໃຫ້ເຫັນນ້ຳໃຈຮັກແພງ, ຄວາມສາມັກຄີ, ມິດຕະພາບຖານອ້າຍນ້ອງລະຫວ່າງປະຊາຊົນ 2 ປະເທດ ກຳປູເຈຍ - ຫວຽດນາມ ພວກເຮົາ.”