ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ, ສັງ​ຄົມ

(VOVWORLD) -     ວັນທີ 01 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ຈະສະຫງວນເວລາໝົດມື້ ເພື່ອສືບຕໍ່ປືກສາຫາລືກ່ຽວກັບ ການປະເມີນຜົນປະຕິບັດແຜນການພັດທະນາເສດຖະກິດປີ 2023, ສ້າງແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024; ການປະເມີນກາງອາຍຸການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ 2021 – 2025; ແຜນການສ້າງໂຄງປະກອບພື້ນຖານເສດຖະກິດ ໄລຍະ 2021 – 2025 ຄືນໃໝ່…
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສດ​ຖະ​ກິດ, ສັງ​ຄົມ - ảnh 1ທ່ານ ຫງວຽນຕວັນແອັງ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຟືອກ (ພາບ: quochoi.vn)

ບັນດາສະມາຊິກສະພາແຫ່ງຊາດຖືວ່າ ໃນສະພາບການໂລກເກີດມີບັນດາການປະທະກັນໂດຍນຳໃຊ້ອາວຸດ ແລະ ນະໂຍບາຍຮັດແໜ້ນເງິນຕາ ຢູ່ບາງປະເທດໃຫຍ່ ໄດ້ສົ່ງຜົນກະທົບ ຕໍ່ພື້ນຖານເສດຖະກິດ ຫວຽດນາມ ໂດຍກົງ, ລັດຖະບານ ໄດ້ມີຫຼາຍໂຄງການສົ່ງເສີມການຄ້າ, ການລົງທຶນ, ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ. ເຖິງຢ່າງໃດກໍຕາມ, ເສດຖະກິດ ຫວຽດນາມ ຍັງປະສົບກັບສິ່ງທ້າທາຍໃນໄລຍະຈະມາເຖິງ, ຄວາມສາມາດຟື້ນຟູເສດຖະກິດຍັງຊັກຊ້າ. ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ລັດຖະບານ ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍວິສາຫະກິດ. ທ່ານ ຫງວຽນຕວັນແອັງ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຟືອກ ປະກອບຄຳເຫັນວ່າ:

        “ກ່ຽວກັບໜ້າທີ່, ມາດຕະການພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ, ລັດຖະບານໄດ້ວາງອອກ 12 ໝວດມາດຕະການ, ຂ້າພະເຈົ້າມີຄວາມສົນໃຈທີ່ສຸດຕໍ່ໝວດມາດຕະການທີ 4 ນັ້ນແມ່ນ ມາດຕະການສຸມໃສ່ສ້າງໂຄງປະກອບເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງກຳລັງຄວາມສາມາດ ແລະ ກຳລັງແກ້ງແຍ້ງໃຫ້ມີປະສິດທິຜົນ ແລະ ແທດຈິງ, ໃນນັ້ນ ມີມາດຕະການຍູ້ແຮງ, ພັດທະນາ ແລະ ສ້າງໂຄງປະກອບ, ເສດຖະກິດກະສິກຳຄືນໃໝ່, ຕິດພັນກັບການສ້າງຊົນນະບົດໃໝ່. ປີ 2023, ຂົງເຂດກະສິກຳພັດທະນາເປັນປົກກະຕິ, ລະດັບການເຕີບໂຕບັນລຸ 3,38%, ສືບຕໍ່ແມ່ນເສົາຄ້ຳອັນໝັ້ນແກ່ນຂອງພື້ນຖານເສດຖະກິດໃນການໄລຍະປະສົບກັບຄວາມຫຍຸ້ງຍາກ.”

ຕອບກັບ

ຂ່າວ/ບົດ​ອື່ນ