(ພາບ: vov)
(vovworld)- ພາຍຫລັງໄດ້ເຮັດວຽກເປັນເວລາ 2 ມື້, ວາລະຊັກຖາມຂອງບັນດາ ສສຊ ຕໍ່ສະມາຊິກລັດຖະບານ 5 ທ່ານ ໄດ້ອັດລົງໃນຕອນບ່າຍວັນທີ 19/11 ດ້ວຍການຕອບຄຳຊັກຖາມຂອງທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ກ່ຽວກັບບັນຫາໜີ້ສາທາລະນະ ແລະ ການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ.
ເມື່ອເຕື້ອງເຖິງບັນຫາຄຸ້ມຄອງໜີ້ສາທາລະນະ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຢືນຢັນວ່າ, ນີ້ແມ່ນບັນຫາໄດ້ຮັບຄວາມເອົາໃຈເປັນພິເສດຈາກພັກ, ປຊຊ. ເພື່ອປະຕິບັດຈຸດໝາຍພັດທະນາເສດຖະກິດສັງຄົມ, ຫວຽດນາມ ເພີ່ມການກູ້ຢືມໜີ້ສິນ, ອັນໄດ້ພາໄປເຖິງໜີ້ສາທາລະນະເພີ່ມຂຶ້ນໄວ, ຄາດວ່າ ຂຶ້ນເຖິງ 64% ໃນທ້າຍປີ 2015. ເຖິງວ່າ, ລະດັບນີ້ນອນໃນການກຳນົດກໍ່ຕາມ ແຕ່ຕ້ອງລະມັດລະວັງບໍ່ກໍ່ໃຫ້ເກີດຂາດຄວາມປອດໄພດ້ານການເງິນແຫ່ງຊາດ. ກ່ຽວກັບມາດຕະການໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໃຫ້ຮູ້ວ່າ:
“ລັດຖະບານຈະຄຸ້ມຄອງໜີ້ສາທາລະນະຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນບ້ວງເງິນກູ້ຢືມໃໝ່, ສູ້ຊົນຮອດປີ 2020 ໜີ້ສາທາລະນະຫລຸດລົງເຫຼືອພຽງ 60,2% ຈີດີພີ. ໜີ້ສາທາລະນະນຳໃຊ້ໃຫ້ພຽງແຕ່ການລົງທຶນພັດທະນາ, ການກໍ່ສ້າງບັນດາກິດຈະກຳຈຳເປັນສຳຄັນເທົ່ານັ້ນ. ຕ້ອງເພີ່ມທະວີການຕິດຕາມກວດກາການນຳໃຊ້ທຶນກູ້ຢືມ, ເປັນເຈົ້າການສະກັດກັ້ນບັນດາການກະທຳຫຍໍ້ທໍ້, ຮີບເຮັ່ງສ້າງໂຄງປະກອບໜີ້ສາທາລະນະຄືນໃໝ່ “
ເມື່ອຕອບຄຳຊັກຖາມຂອງ ສສຊ ກ່ຽວກັບແຜນນະໂຍບາຍພັດທະນາເສດຖະກິດທະເລ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ພັກ ໄດ້ມີມະຕິກ່ຽວກັບຍຸດທະສາດທະເລ, ລັດຖະບານກໍມີແຜນການ, ໂຄງການດຳເນີນງານ ແລະ ໄດ້ຜັນຂະຫຍາຍປະຕິບັດ. ເຖິງວ່າບັນລຸໄດ້ໝາກຜົນຫລາຍຢ່າງ ແຕ່ຄວນມານະພະຍາຍາມກວ່າອີກໃນການລົງທຶນພັດທະນາເສດຖະກິດທະ ເລ ແລະ ປົກປັກຮັກສາອະທິປະໄຕທະເລໝູ່ເກາະ.
ກ່ຽວຂ້ອງເຖິງນະໂຍບາຍການຕ່າງປະເທດຂອງຫວຽດນາມ ຕໍ່ຫນ້າສະພາບການຢູ່ທະເລຕາເວັນອອກປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈ້ງວ່າ:
“ສຳລັບທຸກປະເທດ, ພວກເຮົາປະຕິບັດຢືດໝັ້ນແນວທາງການຕ່າງປະເທດຂອງພັກ, ລັດຢ່າງສະເຫມີຕົ້ນສະເຫມີປາຍ. ສຳລັບຈີນ, ຍາມໃດຫວຽດນາມກໍປາດຖະຫນາດຢາກຈີນ ຮ່ວມມືຢ່າງຈິງໃຈເພື່ອພ້ອມກັນພັດທະນາ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນແກ້ໄຂຄວາມຂັດແຍ້ງຕາມກົດໝາຍສາກົນ, ຕາມຂໍ້ຕົກລົງທີ່ການນຳສອງປະເທດໄດ້ລົງນາມ. ພວກເຮົາທັງຮ່ວມມື, ທັງຕໍ່ສູ້ເພື່ອມີສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ເພື່ອປົກປັກຮັກສາເອກະລາດອະທິປະໄຕ, ຜົນປະໂຫຍດອັນຊອບທຳຂອງຫວຽດນາມ.”
ທ່ານນາງລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຟ້າມທິຫາຍຈ່ວຽນ
(ພາບ: nguyentandung.org)
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 19/11, ໃນຂອບເຂດກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຊັກຖາມທ່ານນາງ ຟ້າມທິຫາຍຈ່ວຽນ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ກ່ຽວກັບເງີນເດືອນໃນລັດວິສາຫະກິດ, ຫນີ້ຄ້າງປະກັນສັງຄົມ, ສະພາບຫວ່າງງານ, ແກ້ໄຂວຽກເຮັດງານທຳໃຫ້ແກ່ຄົນງານ, ສອນວິຊາຊີບ…
ກ່ຽວກັບບັນຫາເງິນເດືອນ, ທ່ານນາງ ຟ້າມທິຫາຍຈ່ວຽນ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ: ປະຈຸບັນ ເງິນເດືອນພຽງແຕ່ຕອບສະຫນອງ 60-70%ລະດັບຄອງຊີບ. ຫວ່າງແລ້ວນີ້ ສະພາແຫ່ງຊາດ ຕົກລົງສະຫງວນງົບປະມານ 11.000 ຕື້ດົງ ເພື່ອເພີ່ມເງິນເດືອນໃຫ້ແກ່ພະນັກງານ, ລັດຖະກອນ, ຜູ້ມີຄຸນງາມຄວາມດີ, ຜູ້ອອກກິນເບ້ຍບຳນານທີ່ມີລະດັບເງິນເດືອນຕ່ຳ.
ກ່ຽວກັບການຜັນຂະຫຍາຍຍຸດທະສາດບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ທ່ານນາງຟ້າມທິຫາຍຈ່ວຽນ ເນັ້ນຫນັກວ່າ: ນີ້ແມ່ນເນື້ອໃນໃຫຍ່, ເພາະສະນັ້ນ ເດືອນ 4/2011 ນາຍົກລັດຖະມົນຕີ ໄດ້ເຊັນອະນຸມັດ ຍຸດທະສາດພັດທະນາແຫລ່ງຊັບພະຍາກອນມະນຸດ ພ້ອມທັງຮອດເດືອນ 7 ໃນປີດຽວກັນ ກໍເຊັນອະນຸມັດການວາງແຜນຍຸດທະສາດພັດທະນາແຫລ່ງຊັບພະຍາກອນມະນຸດ.
“ໃນການແຜນກຳນົດຂອງນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງວ່າ: ຮອດປີ 2015, 55% ຈຳນວນຄົນງານໄດ້ຮັບການບຳລຸງສ້າງ, ຮອດປີ 2020 ແມ່ນ 70%. ໃນຍຸດທະສາດນີ້, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ເປັນເສນາທິການໃຫ້ລັດຖະບານ ປະກາດໃຊ້ຍຸດທະສາດກ່ຽວກັບການສອນວິຊາຊີບ, ສ້າງລະບອບນະໂຍບາຍເພື່ອສົ່ງເສີມວິສາຫະກິດເຂົ້າຮ່ວມການສອນວິຊາຊີບຕິດພັນກັບການປັບປຸງກົດໝາຍວ່າດ້ວຍການສອນວິຊາຊີບ, ວາງແຜນບັນດາໂຮງຮຽນມີຄຸນນະພາບສູງ. ພ້ອມກັນນັ້ນ ລັດຖະບານ ໄດ້ເຫັນດີກ່ຽວກັບແຜນຮ່າງປ່ຽນໃຫມ່ວຽກງານສອນວິຊາຊີບ, ຈະຊື້ອຸປະກອນ, ຕຳລາສອນ ແລະ ບຳລຸງສ້າງຄູສອນເພື່ອຕອບສະຫນອງຄວາມຕ້ອງການກ່ຽວກັບເຕັກໂນໂລຊີໄລຍະປະຈຸບັນ.”
ເມື່ອເຕື້ອງເຖິງສະພາບການຄົນງານຕ່າງປະເທດຢູ່ ຫວຽດນາມ, ທ່ານນາງລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:
“ໃນເວລາມີວິສາຫະກິດຫຼາຍແຫ່ງປະສົບກັບຄວາມຫຍຸ້ງຍາກ, ອັດຕາຊາວໜຸ່ມຮຽນຈົບແຕ່ບໍ່ທັນມີວຽກເຮັດງານທຳຍັງຢູ່ໃນລະດັບສູງນັ້ນ ແຕ່ຍັງມີຄົນງານຕ່າງປະເທດຫຼາຍຄົນເຂົ້າມາເຮັດວຽກຢູ່ ຫວຽດນາມ. ຕາມກົດໝາຍວ່າດ້ວຍການຄຸ້ມຄອງຄົນງານຕ່າງປະເທດແລ້ວ, ພຽງແຕ່ມີຄົນງານທີ່ມີລະດັບວິຊາສະເພາະເຕັກນິກ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ ຢູ່ ຫວຽດນາມ ຈຶ່ງໄດ້ເຂົ້າເຮັດວຽກ. ເຖິງຢ່າງໃດກໍ່ຕາມ, ໃນສະພາບຕົວຈິງ, ຈຳນວນຄົນງານນັ້ນກໍ່ມີຄົນງານບໍ່ມີວິຊາສະເພາະ, ຈຳນວນຄົນງານນີ້ເຂົ້າ ຫວຽດນາມ ຜ່ານການທ່ອງທ່ຽວ. ກະຊວງແຮງງານ,ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຮ່ວມມີກັບກະຊວງຕຳຫຼວດກວດກາບັນດາເປົ້າໝາຍດັ່ງກ່າວ ແລະ ຈະເນລະທາດເມື່ອເຫັນວ່າບໍ່ມີເງື່ອນໄຂຢ່າງຄົບຖ້ວນ”
ກ່ຽວຂ້ອງເຖິງເລື່ອງນຳຄົນງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ, ຕາມທ່ານນາງ ຟ້າມທິຫາຍຈ່ວຽນ ແລ້ວ, ປີນີ້, ຫວຽດນາມ ຈະລື່ນກາຍຄາດໝາຍ 90.000 ຄົນ. ເພື່ອແກ້ໄຂສະພາບການຄົນງານ ຫວຽດນາມ ເຮັດວຽກຢູ່ປະເທດປະຈຳຖີ່ນ, ກະຊວງຈະຍູ້ແຮງເລື່ອງໂຄສະນາ ເຜີຍແຜ່ທັງພາຍໃນ ແລະ ຕ່າງປະເທດ, ສະເໜີເພີ່ມການປັບໄໝຖ້າຫາກພົບເຫັນກໍລະນີລະເມີດ.
ຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບການຕອບຄຳຊັກຖາມຂອງລັດຖະມົນຕີ 2 ທ່ານ
ການຕອບຄຳຊັກຖາມຂອງທ່ານລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນ ສົ່ງ ດິງລາທັງ ໃນຕອນເຊົ້າວັນທີ 19/11 ແລະ ຕອນບ່າຍວັນທີ 18/11 ໄດ້ຮັບຄວາມເຫັນດີເຫັນພ້ອມຈາກຜູ້ມີສິດເລືອກຕັ້ງ. ຜູ້ມີສິດເລືອກຕັ້ງຖືວ່າ ບັນດາຄຳຕອບຂອງທ່ານລັດຖະມົນຕີວ່າການ ດິງລາທັງ ແມ່ນຖືກກັບບັນຫາເຊິ່ງສະມາຊິກສະພາແຫ່ງຊາດຊັກຖາມ, ເນື້ອໃນຄຳຕອບແມ່ນຕິດແທດກັບສະພາບຕົວຈິງ, ແກ້ໄຂຄວາມຂ້ອງໃຈຂອງປະຊາຊົນໄດ້ສ່ວນໃດສ່ວນໜຶ່ງ. ຜູ້ມີສິດເລືອກຕັ້ງ ຟ້າມຮົ່ງເຊືອງ, ຢູ່ບ້ານ ແທງບິ່ງ, ນະຄອນດ່ານັ້ງ ຍົກຄຳເຫັນວ່າ.
“ວິທີຕອບຄຳຊັກຖາມຂອງທ່ານລັດຖະມົນຕີວ່າການ ດິງລາທັງ ໄດ້ຕອບສະໜອງຄວາມປາດຖະໜາຂອງປະຊາຊົນ. ຂ້າພະເຈົ້າສົນໃຈຄຳເວົ້າທີ່ວ່າ ຖ້າໃຫ້ຄຳໝັ້ນສັນຍາແມ່ນກໍ່ຕ້ອງປະຕິບັດໃຫ້ໄດ້. ຄວາມປາດຖະໜາຂອງປະຊາຊົນໃນໄລຍະປະຈຸບັນ ແມ່ນເຮັດແນວໃດໃຫ້ຮັບປະກັນຄວາມປອດໄພທາງຄົມມະນາຄົມ. ສະນັ້ນ, ຂ້າພະເຈົ້າສະເໜີກັບທ່ານລັດຖະມົນຕີວ່າການດິງລາທັງ ວ່າ ການພັດທະນາຄົມມະນາຄົມທັງໝົດ ຕ້ອງເຮັດແນວໃດເພື່ອຮັບປະກັນຄວາມປອດໄພທາງຄົມມະນາຄົມ; ຄຽງຂ້າງນັ້ນ, ໃຫ້ເອົາໃຈໃສ່ເຖິງການສ້າງຂົວແຂວນ ເພື່ອສ້າງຄວາມສະດວກໃຫ້ປະຊາຊົນເຂດພູດອຍໄປມາເຮັດວຽກ, ຮໍ່າຮຽນ ຈາກນັ້ນຈຶ່ງຈະພັດທະນາໄດ້.”
ກ່ຽວກັບການຕອບຄຳຊັກຖາມຂອງທ່ານນາງລັດຖະມົນຕີວ່າການກະຊວງແຮງ ງານ, ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນທິຫາຍຈ່ວຽນ ໃນຕອນເຊົ້າວັນທີ 19/11, ຜູ້ມີສິດເລືອກຕັ້ງ ເລວັນຮວາ, ຢູ່ບ້ານ ເຟືອກລອງ, ນະຄອນຍາຈາງ, ແຂວງ ແຄ໋ງຮ່ວາ ຖືວ່າ.
“ທ່ານນາງລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຊີ້ໃຫ້ເຫັນບັນດາສາຍເຫດຂອງສະພາບນັກສຶກສາພາຍຫຼັງຮຽນຈົບບໍ່ມີ ວຽກເຮັດງານທຳ. ເຖິງຢ່າງໃດກໍ່ຕາມ, ທ່ານນາງລັດຖະມົນຕີຄວນຍົກອອກບັນດາມາດຕະການເພື່ອແກ້ໄຂສະພາບຂາດ ຄວາມດູ່ນດ່ຽງໃນການບຳລຸງສ້າງແບບບໍ່ມີຈຸດສຸມ, ບໍ່ຖືກກັບຂະແໜງ, ອາຊີບ”.