ສະພາແຫ່ງຊາດຊັກຖາມລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ


ສະພາແຫ່ງຊາດຊັກຖາມລັດຖະມົນຕີວ່າການກະຊວງຄົມມະນາຄົມຂົນສົ່ງ - ảnh 1

(vovworld)- ໂ​ດຍ​ສືບ​ຕໍ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 18/11 ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ ດິງ​ລາ​ທັງ ໄດ້​ຕອບ​ຄ​ຳ​ຊັກ​ຖາມ​ບັນ​ດາ​ສ.ສ.ຊ ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ໂດຍ​ບຸກ​ທະ​ລຸ​ກ່ຽວ​ກັບ​ການກໍ່​ສ້າງ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂົນ​ສົ່ງ…..

   ກ່ຽວ​ກັບ ການກໍ່​ສ້າງ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ ດິງ​ລາ​ທັງ ໃຫ້​ຮູ້​ວ່າ : 

  “ ປະ​ຈຸ​ບັນ, ສູນ​ກາງພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ພວມ​ຊີ້​ນຳ​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ປະ​ຕິ​ບັດ​ໜ້າ​ທີ່ພັດ​ທະ​ນາ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມຢ່າງ​ກະ​ໂດດ​ ຂັ້ນດ້ວຍ​ບາງ​ກິດ​ຈະ​ກຳ​ທັນ​ສະ​ໄໝ​ເພື່ອ​ເປັນ​ກຳ​ລັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ພວມ​ນຳ​ສະ​ເໜີຫຼາຍ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອ​ປຸກ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ສັງ​ຄົມ​ເພື່ອ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ພັດ​ທະ​ນາ​ໂຄງ​ປະ​ກອບ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ”.

  ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ ດິງ​ລາ​ທັງ ຖື​ວ່າ ນີ້​ແມ່ນ​ບັນ​ຫາ​ໃຫຍ່ ບໍ່​ພຽງ​ແຕ່​ຢູ່​ໃນ​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ເທົ່າ​ນັ້ນ.  ດັ່ງ​ນັ້ນ​ທາງ​ກະ​ຊວງ​ໄດ້​ຍົກ​ອອກ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​.     

ກ່ອນໜ້ນັ້ນ, ໃນຕອນ​ເຊົ້າ​ວັນ​ທີ 18/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ຊັກ​ຖາມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ຫງວຽນ​ທ໋າຍ​ບີ່ງ. ບັນ​ດາ​ຄຳ​​ຊັກ​ຖາມ​ກ່ຽວ​ຂ້ອງ​ເຖິງ​ຫົວ​ຂໍ້ ມາດ​ຕະ​ການ​ປະ​ຕິ​ບັດ​ແຜນ​ຮ່າງ​ຫລຸດ​ຜ່ອນ​ບັນ​ຈຸ​ພະ​ນັກ​ງານ, ລັດ​ຖະ​ກອນ, ແກ້​ໄຂ​ສະ​ພາບ​ມີ​ຮອງ​ຫົວ​ໜ້າ​​ບັນ​ດາ​ອົງ​ການ​ສູນ​ກາງຫຼາຍ​ໂພດ, ມາດ​ຕະ​ການ​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເຂົ້າ​ເຮັດ​ວຽກ​ໃນ​ອົງ​ການ​ຂອງ​ລັດ.

        ຕໍ່​ໜ້າ​ສະ​ພາບ​ການ​ແຕ່ງ​ຕັ້ງຕຳ​ແໜ່ງ​ຮອງ​ຫ​ົວ​ໜ້າຫຼາຍ​ໂພດນັ້ນ, ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພາຍ​ໃນ ໃຫ້​ຮູ້​ວ່າ: ເພື່ອ​​ຈຳ​ກັດ​ສະ​ພາບ​ການນີ້, ທາງກະ​ຊວງ​ຈະ​ມີ​ແຜນ​ ສັງ​ລວມ​ເພື່ອ​ເຫັນ​​ດີເປັນ​ເອ​ກະ​ພາບ​ໃນ​ທົ່ວ​ປະ​ເທດ.

        ເມື່ອ​ເຕື້ອງ​ເຖິງ​ຄຸນ​ນະ​ພາບ​ລັດ​ຖະ​ກອ​ນ, ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ທ່ານ ຫງວຽນ​ທ໋າຍ​ບີ່ງ ໃຫ້​ຮູ້​ວ່າ:

        “ທີ​ໜຶ່ງ​ຕ້ອງ​ປ່ຽນ​ໃໝ່​ກົນ​ໄກ​ຕີ​ລາ​ຄາ​ຕາມຫຼັກ​ການ​ຂັ້ນ​ເທິງ​ຕີ​ລາ​ຄາ​ຂັ້ນ​ລຸ່ມ, ​ການ​ນຳ​ໃຊ້​ບັນ​ດາ​ຜູ້ມ​ີ​ຄວາມ​ເກັ່ງ​ກາ​ສາ​ມາ​ດ, ເຮັດ​ວຽກ​ງານ​​ໄດ້ດີ. ກະ​ຊວງ​ພ​າຍ​ໃນ​ໄດ້​ຮັບ​ມ​ອບ​ໝາຍ​ຈາກ​ກ​ົມ​ການ​ເມືອງ​​ໃຫ້ສ້າງ​ແຜນ​ງານ​ສ້າງ​ແຫຼ່ງ​ພະ​ນັກ​ງານ​ຈາກ​ນັກ​ສຶກ​ສາ​ຮຽນ​ຈົບ​ດ້ວຍ​ຄະ​ແນນ​ສ​ູງ ແລະ ໄດ້​​ຮັບການ​ຮັບ​ຮອງ​ເອົາ​. ພວກ​ຂ້າ​ພະ​ເຈົ້າ​ພວມ​​ສ້າງ​ແຜນ​​ຮ່າງເພື່ອ​ຍື່ນ​ສະ​ເໜີ​ຕໍ່​​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ນຸ​ມັດ​ຜ່ານ​​ແນ​ໃສ່ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ນີ້. ​ນັບແຕ່ນີ້​ຮອດ​ປີ 2020, ຮັບ​ປະ​ກັນ​​ຄັດເລືອກ​ນັກ​ສືກ​ສາ​ດີ​ເດັ່ນ​, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມນັບ​ພັນ​ຄົນ ເຂົ້າ​ເຮັດ​ວ​ຽກ​ຢູ່​ບັນ​ດາ​ອົງ​ການ​ຂອງ​ພັກ, ລັດ. ທີ​ສອງ​ແມ່ນ​ພວກ​ຂ້າ​ພະ​ເຈົ້າ​ພວມ​ສ້າງ​ມະ​ຕິ​ນຳ​ໃຊ້​ບັນ​ດາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ນຸ​ມັດ​ຜ່ານ. ທີ​ສາມແມ່ນ​​ພົ້ນຕຳ​ແໜ່ງ, ປ່ຽນ​ວຽກ​ງານ​ສຳ​ລັບ​ບັນ​ດາ​ຜູ້ບໍ່​ສາ​ມາດ​ຕອບ​ສະ​ໜອງວຽກ​ງານ​ໄດ້, ຄົ້ນ​ຄ້​ວາ​ພຽງ​ແ​ຕ່ແຕ່ງຕັ້ງ​ຜູ້ມ​ີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ຄຸນ​ນະ​ທາດ​ເທົ່າ​ນັ້​ນ ”

     ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ກຳນົດ​ທີ່​ຕັ້ງ​ວຽກງານ, ທ່ານ​ລັດຖະມົນຕີ​ວ່າການກະຊວງ​ພາຍ​ໃນ ຫງວຽນ​ທ້າຍ​ບິ່ງ ​ໃຫ້​ຮູ້​ວ່າ, ນີ​້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ ປະຕິບັດ​ແຜນ​ງານ​ດັ່ງກ່າວ. ດ້ວຍ​ພາລະ​ບົດບາດ​ຄຸ້ມ​ຄອງ​ຂອງ​ຕົນ, ກະຊວງ​ພາຍ​ໃນ​ໄດ້​ຜັນ​ຂະຫຍາຍບັນດາ​ກອງ​ປະຊຸມ​ຝຶກ​ອົບຮົມ​ໃນ​ທົ່ວ​ປະ​ເທດ. ​ໄລ​່ມາ​ຮອດ​ຈຸດ​ເວລາ​ນີ້, ມີ 24 ທ້ອງ​ຖິ່ນ ​ແລະ ຫຼາຍ​ອົງການ​ສູນ​ກາງ​ໄດ້​ສ້າງ​ສຳ​ເລັດແຜນ​ງານ​ທີ່​ຕັ້ງວຽກ​ງານຂອງ​ຂະ​ແໜງ, ທ້ອງ​ຖິ່ນ​​ຕົນ. ກະຊວງ​ພາຍ​ໃນພວມ​ພິຈາລະນາ ​ແລະ ຈະ​​ເຊັນ​ອະນຸມັດ​ໃນ​​ໄລຍະ​ຈະ​ມາ​ເຖິງ. ຕາມ​ຂໍ້​ກຳນົດ, ​​ເຖິງ​​ເດືອນ 06/2015, ມີ 70% ບັນດາ​ອົງການ, ອົງການ​ຈັດ​ຕັ້ງ ຫົວໜ່ວຍ​ຕ້ອງ​ສ້າງ​ແຜນ​ງານ​ໃຫ້​ສຳ​ເລັດ. ​ສະພາບ​ຕົວ​ຈິງ​ຊີ້​​ໃຫ້​ເຫັນ​ວ່າ​ ຄາດໝາຍ​ດັ່ງກ່າວ​ຈະ​ບັນລຸ​ໄດ້. ກ່ຽວ​ກັບ​ການ​ຫຼຸດຜ່ອນບັນຈຸ​ພະນັກງານ, ທ່ານ​ລັດຖະມົນຕີ​ວ່າການກະຊວງ​ພາຍ​ໃນ​ໃຫ້​ຮູ້​ວ່າ.

        “​ໃນ​ຕໍ່ໜ້າ, ນາຍົກລັດຖະມົນຕີຈະປະກາດ​​ໃຊ້ມະຕິແທນ​ໃຫ້ມະຕິ 132 ດ້ວຍຈຸດ​​ໃໝ່​ຫຼາຍ​ຢ່າງ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ແກ່​ບັນດາ​ອົງການ, ທ້ອງ​ຖິ່ນ​ໃນ​ການຫຼຸດຜ່ອນ​ບັນຈຸພະນັກງານ, ​ເຊິ່ງຄາດ​ວ່າ ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແຕ່​ຕົ້ນ​ປີ 2015. ທີ 2 ​ແມ່ນ, ກ່ຽວ​ກັບ​ແຜນ​ງານຫຼຸດຜ່ອນບັນຈຸ​ພະນັກງານ, ກ່ອນ​ນີ້, ກົມ​ການ​ເມືອງ​ໄດ້​ມອບ​ໃຫ້​ກະຊວງ​ພາຍ​ໃນ ສ້າງ​ແຜ​ນງານ​ພຽງ​ແຕ່ຫຼຸດຜ່ອນ​ພະນັກງານລັດຖະກອນຈາກ​ຂັ້ນສູນ​ກາງ​ລົງ​ຮອດ​ຂັ້ນ​ເມືອງ​ເທົ່າ​ນັ້ນ ​ແຕ່​ຜ່ານ​ສະພາບ​ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຖັນ​ແຖວ​ດັ່ງກ່າວ​ແມ່ນ​ບໍ່​ຫຼາຍ ຫາກ​ຕ້ອງ​​ລວມມີ​ພະນັກງານ, ພາລະ​ກອນ, ລັດຖະກອນ ຈາກ​ຂັ້ນ​ສູນ​ກາງລົງ​ຮອດ​ຂັ້ນ​ຕາ​ແສງ, ບ້ານ ອີກ​ດ້ວຍ. ພວກ​ຂ້າພະ​ເຈົ້າ​ພວມ​ປັບປຸງ​ສຳ​ເລັດ​ເພື່ອ​ໃຫ້ ​ກອງ​ປະ​ຊຸມ​ສູນ​ກາງຈະ​ມາ​ເຖິງ​ພິຈາລະນາ. ຖ້າ​ໄດ້​ຮັບ​ການ​ຮັບຮອງ​ເອົາ ຈະ​ຫັນ​ເປັນ​ລະບຽບກົດໝາຍ​ເພື່ອ​ນຳ​ເຂົ້າ​ຊີວິດ”.

        ​


ຂ່າວ/ບົດ​ອື່ນ