ສະພາແຫ່ງຊາດນອກແວສະໜັບສະໜູນການພັດທະນາສາຍພົວພັນກັບຫວຽດນາມ
ທ່ານ ຟູ່ງກວກຫຽນ ມີການເຮັດວຽກກັບການນຳສະພາແຫ່ງຊາດ
ແລະ ບັນດາກະຊວງ, ຂະແໜງການຂອງ ນອກແວ
(ພາບ: TTXVN)
(vovworld) - ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ນອກແວ, ວັນທີ 22/09, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ນຳໜ້າ, ມີການເຮັດວຽກກັບການນຳສະພາແຫ່ງຊາດ ແລະ ບັນດາກະຊວງ, ຂະແໜງການຂອງ ນອກແວ. ທີ່ການພົບປະເຈລະຈາກັບທ່ານ Svien Roald Hansen ຮອງປະທານສະພາແຫ່ງຊາດ ນອກແວ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູ່ງກວກຫຽນ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ, ເປັນຂົວຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ ນອກແວ - ອາຊຽນ ແລະ ສະເໜີ ນອກແວ ສະໜັບສະໜູນ ຫວຽດນາມ ສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ຝ່າຍ ຫວຽດນາມ ກໍ່ປາດຖະໜາວ່າ: ນອກແວ ສືບຕໍ່ຮັກສາ ODA ໃຫ້ ຫວຽດນາມ, ໃນນັ້ນ ມີເລື່ອງພິຈາລະນາອຸປະຖຳ ຫຼື ຮ່ວມອຸປະຖຳ, ຂະຫຍາຍຮູບແບບໂຄງການອຸປະຖຳໃນຂົງເຂດລ້ຽງປູກສິນໃນນ້ຳ, ພັດທະນາເສດຖະກິດຊົນນະບົດໃຫ້ເຂດທຸກຍາກ, ປົກປັກຮັກສາສິ່ງແວດລ້ອມຢ່າງມີປະສິດທິຜົນ.
ທີ່ການເຮັດວຽກກັບທ່ານນາງ Siv Jensen ລັດຖະມົນຕີກະຊວງການເງິນ ນອກແວ. 2 ຝ່າຍເຫັນດີເປັນເອກະພາບໂດຍຖືວ່າ: ຄວນສົ່ງເສີມບັນດາວິສາຫະກິດ ນອກແວ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາງລັດຖະມົນຕີກະຊວງການເງິນ Siv Jensen ໃຫ້ຮູ້ວ່າ: ວິສາຫະກິດ ນອກແວ ຫລາຍແຫ່ງ ເອົາໃຈໃສ່ເຖິງຕະຫລາດ ຫວຽດນາມ ແລະ ພວມມີແຜນການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດການເດີນທະເລ, ສິນໃນນ້ຳ…